莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ລິ​ກາ​ເປີດເຜີຍ​​ແຜນ​ການ​ເສດ​ຖະ​ກິດ “ສັນ​ຍາ​ແຫ່ງສະ​ຕະ​ວັດ”, ແຕ່​ຖືກ​ຝ່າຍ​ປາ​ແລັ​ສ​ຕີນ​ຄັດ​ຄ້ານ

2019-06-24 10:37:19 cri

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ວັນ​ທີ 22 ມິ​ຖຸ​ນານີ້, ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍແຜນ​ການ​ເສດ​ຖະ​ກິດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ປາ​ແລັ​ສ​ຕີນ-ອິດສະລ​າ​ແອນ ເຊິ່ງ​ເອີ້ນ​ວ່າ “ສັນ​ຍາ​ແຫ່ງ​​ສະ​ຕະ​ວັດ”. ແຕ່​ແຜນ​ການ​ດັ່ງ​ກ່າວ​ຖືກ​ຝ່າຍ​ປາ​ແລັ​ສ​ຕີນ​ຄັດ​ຄ້ານ.
 

ແຜນ​ການ​ເສດ​ຖະ​ກິດ​ທີ່​ມີ​ຊື່​ວ່າ “​ສັນ​ຕິ​ພາບຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​” ​ມີເປົ້າ​ໝາຍ​ຄື: ຊຸກ​ຍູ້​ການ​ລົງ​ທຶນ​ຢູ່​ປາ​ແລັ​ສ​ຕີນຫຼາຍກວ່າ 50 ຕື້​ໂດ​ລາ​ສະ​ຫະ​ລັດ​ພາຍ​ໃນ 10 ປີ​ຂ້າງ​ໜ້າ, ສ້າງ​ວຽງ​ເຮັດ​ງານ​ທຳ 1 ລ້ານ​ຕຳ​ແໜ່ງ​ໃຫ້​ແກ່​​ຊາວປາ​ແລັສ​ຕີນ, ຫຼຸດ​ອັດ​ຕາ​ວ່າງວຽກ​​ຂອງ​ປາ​ແລັ​ສ​ຕີນ​ໃຫ້ຍັງ​ເຫຼືອບໍ່​ເຖິງ10%, ແລະ​ອື່ນໆ. ແຜນ​ການ​ດັ່ງ​ກ່າວ​ຍັງ​ຈະ​ຊ່ວຍ​ເຊື່ອມ​ໂຍງ​ພາກ​ຕາ​ເວັນ​ຕົກ​ຂອງແມ່​ນ້ຳ​ຈໍ​ແດນແລະ​​ເຂດກາ​ຊາ​​ເຂົ້າ​ເປັນຕະຫຼາດ​​ຂອງພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ກໍ່​ຄື​ຂອງໂລກ, ຊຸກ​ຍູ້​ຊາວ​ປາ​​ແລັ​ສ​ຕີນ​ຮ່ວມ​ມື​ກັບ​ປະ​ເທດ​​ໃກ້​ຄຽງ, ພ້ອມທັງຊຸກ​ຍູ້​​ການພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​​ໃກ້​ຄຽງ​ເຊັ່ນ​:ເອ​ຢິບ ອິ​ສ​ະ​ລະ​ແອນ, ຊອກ​ດາ​ນີ​ແລະ​ລີ​ບັງ.
 

ວັນ​ທີ 23 ມີ​ຖຸ​ນານີ້, ໂຄ​ສົກ​ຟາ​ຕາໄດ້​ອອກ​ຖະ​ແຫຼງ​ການ ໂດຍ​ລະ​ບຸ​ວ່າ: ແຜນ​ການ​ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາ​ແມ່ນ​ໃຊ້​ເງິນ​ຄຳ​ຂອງ​ປະ​ເທດ​ອາ​​ຣັບ​ມາ​ສະ​ກັດ​ກັ້ນ​ຄວາມ​ມຸ່ງ​ຫວັງ​ຂອງ​ຊາວ​ປາ​​ແລັ​ສ​ຕີນ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ​ປາ​ເລັ​ສ​ຕີນ-ອິ​ສ​ລະ​ແອນຜ່ານ​ວິ​ທີ​ການ​ເມືອງ, ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອາ​ຣັບ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ເສດ​ຖະ​ກິດ​ບາ​​ເຣນ​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ອາ​ເມ​ຣິກາ.

ຄຳ​ເຫັນ

0