覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ອາ​ຊຽນ​ເຫັນ​ດີ​ຊຸກ​ຍູ້​ການ​ເຈ​ລະ​ຈາ RCEPໃຫ້​ສຳ​ເລັດ​ພາຍ​ໃນ​ປີ​ນີ້

2019-06-24 10:06:27 cri

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນຄັ້ງ​ທີ 34 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​​ໂດຍປະ​ເທດ​ໄທ​ ​ເປັນ​ປະ​ເທດ​ປະ​ທານ​ຂອງ​ອາ​ຊຽນ​ແຕ່​ວັນ​ທີ 22-23 ມິ​ຖຸ​ນາ​ນີ້. ທ່ານ​ປ​ຣະຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ເປີ​ດ​ເຜີຍ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ຂອງກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ໃນ​ວັນ​ທີ 23 ມິ​ຖຸ​ນາ​ນີ້​ວ່າ: ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້, ຜູ້​ນຳ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ດີ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຍາ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼືRCEP ໃຫ້​ສຳ​ເລັດ​ພາຍ​ໃນ​ປີ​ນີ້.
 

ທ່ານ​ປ​ຣະ​ຍຸດ​ຈັນ​ໂອ​ຊາ​ກ່າວ​ວ່າ, ການ​ທີ່​ສຳ​ເລັດ​ການ​ເຈ​ລະ​ຈາRCEP​ພາຍ​ໃນ​ປີ​ນີ້ເປັນ​ປະ​ໂຫຍດ​ຕໍ່​ອາ​ຊຽນ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ກັບ​ຄູ່​ຄ້າ​ສຳ​ຄັນ​ແລະ​ບັນ​ຫາ​ອື່ນໆ. ທ່ານ​ຍັງ​ກ່າວ​ຕື່ມ​ວ່າ, ອາ​ຊຽນ​ຫວັງ​ວ່າ ຈີນ​ແລະ​ອາ​ເມ​ຣິ​ກາ​ຈະ​ແກ້​ໄຂ​ບັນ​ຫາ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.
 

 ເດືອນ​ພະ​ຈິກ​ປີ 2012, ຢູ່​ທີ່ກອ​ງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 21, ​ຜູ້​ນຳ​ຂອງ10ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ແລະ 6 ປະ​ເທດ​ຄູ່​ເຈ​ລະ​ຈາ​ຄື ອົ​ສ​ຕ​ຣາ​ລີ, ຈີນ, ອິນ​ເດຍ, ຍີ່​ປຸ່ນ, ສ.ເກົາຫຼີ​ແລະ​ນູ​ແວນ​ເ​ຊ​ລັງ​ໄດ້​ປະ​ກາດວ່າ​ເລີ່ມ​ດຳ​ເນີນການ​ເຈ​ລະ​ຈາRCEP. ​ປະ​ເທດເຈ​ລະ​ຈາ 16 ປະ​ເທດ​ໄດ້​ກວມ​ເອົາ​ປະ​ຊາ​ກອນ​ທັງ​ໝົດຫຼາຍກວ່າ 3,5 ຕື້​ຄົນ ກວມ​ເກືອບ 48%​ຂອງ​ປະ​ຊາ​ກອນ​ໂລກ, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນຫຼື GDP ກວມຫຼາຍກວ່າ 31% ຂອງ​ໂລກ, ຍອດ​ມູນ​ຄ່າ​ການ​ຄ້າ​ກວມ​ເກືອບ 28%.

ຄຳ​ເຫັນ

0