吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ທຣຳ​ເລື່ອນ​ເວລາ​ດຳ​ເນີນ​ການກວດ​ລ້າງ​ຊາວ​ອົບ​ພະຍົບຜິດ​ກົດໝາຍ

2019-06-24 16:51:24 CRI

ວັນ​ທີ 22 ມິ​ຖຸນາ​ນີ້, ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາ​ກ່າວ​ວ່າ: ທ່ານ​ໄດ້ເລື່ອນ​ເວລາ 2 ອາທິດ​ເພື່ອດຳເນີນການກວດ​ລ້າງຊາວອົບພະຍົບຜິດກົດໝາຍທີ່​ເດີມກຳນົດໄວ້ໃນວັນ​ທີ 23 ມິຖຸນາ​ນີ້ ​ເພື່ອ​ໃຫ້ເວລາ​ຫຼາຍ​ກວ່າ​​ເກົ່າ​ແກ່​ພັກສາ​ທາ​ລະນະລັດ​ ​ແລະ​ພັກ​ປະຊາ​ທິປະ​ໄຕ​ຊອກ​ຫາ​ວິທີ​ທາງແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບຜິດ​ກົດໝາຍ.

ທ່ານ​ກ່າວ​ວ່າ: ຖ້າ​ສອງ​ຝ່າຍ​ບໍ່​ສາມາດ​ດຳ​ເນີນ​ການ​ຮ່ວມ​ມື ​ແລະ​ຊອກ​ຫາ​ແຜນການ​​​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບທີ່​ກ່ຽວຂ້ອງ​ຢູ່​ພາກ​ໃຕ້​ຊາຍ​ແດນ​ອາ​ເມຣິກາ, ອົງການ​ທີ່​ກ່ຽວຂ້ອງ​ຈະ​ສົ່ງ​ຊາວ​ອົບ​ພະຍົບຜິດ​ກົດໝາຍ​ກັບ​ຄືນ​ປະ​ເທດ.

ບົດ​ລາຍ​ງານ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ກົມ​ປະຕິບັດ​ກົດໝາຍ​ເຂົ້າ​ເມືອງ ​ແລະ​ດ່ານ​ພາສີທີ່​ຂຶ້ນ​ກັບ​ກະຊວງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະ​ລັດ​ອາ​ເມຣິກາ​ຈະ​ດຳ​ເນີນ​ການ​ກວດ​ລ້າງ​ຊາວ​ອົບ​ພະຍົບຜິດ​ກົດໝາຍ​ຢູ່ 10 ຕົວ​ເມືອງຂອງ​ອາ​ເມຣິກາ​ເລີ່​ມ​ແຕ່​ວັນ​ທີ 23 ມິຖຸນາ​ນີ້​ຕາມ​ແຜນ​ການ​ທີ່​ກຳນົດ​​ໄວ້ ​ເຊິ່ງສ້າງຄວາມ​ສົນ​ໃຈ​ຢ່າງ​ຫຼວງ​ຫຼາຍພາຍ​ໃນ​ປະ​ເທດ.

ຄຳ​ເຫັນ

0