黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖະ​ແຫຼງ​ການກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ

2019-06-24 09:46:02 cri

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 34 ໄດ້​ສິ້ນ​ສຸດ​ລົງ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 23 ມິ​ຖຸ​ນາ​ນີ້. ໃນ​ຖະ​ແຫຼງ​ການ​ຂອງກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ນີ້​ທີ່​ເປີດ​ເຜີຍ​ໃນ​ມື້​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ອາ​ຊຽນ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ກາ​ນ​ຄ້​າ​ແລະ​ສະ​ໜັບ​ສະ​ໜູນ​ໂຄງ​ປະ​ກອບການ​ຄ້າ​ຫຼາຍ​ຝ່າຍ.

ໃນ​ຖະ​ແຫຼງ​ການ​ດັ່ງ​ກ່າວ, ອາ​ຊຽນ​ໄດ້​ກ່າວເນັ້ນ​ໜັກ​ວ່າ​ຈະສະ​ໜັບ​ສະ​ໜູນ​ໂຄງ​ປະ​ກອບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່ “ກວມ​ລວມ, ໂປ່ງ​ໃສ​ແລະ​ບົນ​ພື້ນ​ຖານ​​ກົດລະ​ບຽບ”. ຖະ​ແຫຼງ​ການ​ລະ​ບຸ​ວ່າ, ປັດ​ຈຸ​ບັນ​ທ່າ​ອ່ຽງ​​ຂອງລັດ​ທິ​ປົກ​ປ້ອງ​ການ​ຄ້າ​ແລະ​ລັດ​ທິ​ຝືນ​ໂລ​ກາ​ພິ​ວັດ​ຍັງ​ບໍ່​ມີ​ທ່າ​ທີ​ຈະຫຼຸ​ດ​ລົງ, ​ຍັງສືບ​ຕໍ່​ທຳ​ລາຍ​ເສດ​ຖະ​ກິດ​ໂລກ​ແລະ​ເປັນ​ໄພ​ຂົ່ມ​ຂູ່​​ຕໍ່​ໂຄງ​ປະ​ກອບ​ການ​ຄ້າ​​ຫຼາຍ​ຝ່າຍ, ອາ​ຊຽນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ເລື່ອງ​ນີ້.

ຖະ​ແຫຼງ​ການ​ລະ​ບຸ​ວ່າ, ອົງ​ການ​ການ​ຄ້າ​ໂລກ​ຫຼື WTO ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ຫຼວງ​ຫຼາຍ, ​ເຊິ່ງມີ​ຄວາມ​ຈຳ​ເປັນ​ຕ້ອງ​​ປົກ​ປ້ອງແລະ​ເພີ່ມ​ທະ​ວີ​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ, ກໍ​ຄື​​ກົນ​ໄກ​ພິ​ເສດ​ຂອງ WTO ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​​ດ້ານການ​ຄ້າ.

ນອກ​ນີ້, ບັນ​ດາ​ຜູ້​ນຳ​ປະ​ເທດ​ອາ​ຊຽນ​ເນັ້ນ​ໜັກ​ອີກ​ເທື່ອ​ໜຶ່ງ​ກໍ​ຄືຈະ​ສະ​ໜັບ​ສະ​ໜູນ​ເສດ​ຖະ​ກິດ​ອາ​ຊຽນ​​ໃຫ້ເຊື່ອມ​ໂຍງ​ເຂົ້າ​ກັນ, ແລະ​ຢືນ​ຢັນ​ຄວາມ​ສຳ​ຄັນ​ດ້ານ​ການ​ຮ່ວມ​ມື​​ດ້ານການ​ທະ​ນາ​ຄານແລະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ພາຍ​ໃນ​ອາ​ຊຽນ.

ຄຳ​ເຫັນ

0