ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໜັງສືພິມວິທະຍາສາດເຕັກນິກລາຍວັນຂອງຈີນລາຍງານວ່າ: ກອງປະຊຸມຣາດາເລເຊີສາກົນຄັ້ງທີ 29 ໄດ້ໄຂຂຶ້ນຢູ່ນະຄອນເຮີເຟີຍ ແຂວງອ່ານຮຸ່ຍ ສປ ຈີນໃນວັນທີ 24 ມິຖຸນານີ້ ເຊິ່ງກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນຢູ່ຈີນເປັນຄັ້ງທຳອິດ ໂດຍມີຜູ້ຊ່ຽວຊານ ນັກວິຊາການ 500 ກວ່າທ່ານຈາກຈີນ, ອາເມຣິກາ,ຣັດເຊຍ, ຍີ່ປຸ່ນແລະປະເທດອື່ນໆໄດ້ເຂົ້າຮ່ວມ. ເພື່ອປຶກສາຫາລືກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດໃນໂລກປັດຈຸບັນກໍຄືອາກາດຮຸນແຮງແລະເຫດການມົນລະພິດທາງອາກາດເກີດຂຶ້ນເລື້ອຍໆ, ສະຖາບັນຄົ້ນຄວ້າວັດຖຸວິທະຍາເຮີເຟີຍຂອງສະຖາບັນວິທະຍາສາດຈີນໄດ້ສະເໜີໃຫ້ ສ້າງອຸປະກອນທາງວິທະຍາສາດ ເພື່ອທົດລອງຄົ້ນຄວ້າການສຳຫຼວດວັດແທກສະພາບແວດລ້ອມອາກາດຈາກຫຼາຍດ້ານ ທັງສາມາດຢືນຢັນວ່າ ອຸປະກອນສຳຫຼວດວັດແທກຣາດາເລເຊີ ມີຄວາມຊັດເຈນສູງແລະມີຫຼາຍຄ່າພາຣາມີເຕີ ເຊິ່ງເປັນພາກສ່ວນປະກອບອັນສຳຄັນຂອງອຸປະກອນທາງວິທະຍາສາດດັ່ງກ່າວແລະໃຫ້ສາມາດເຂົ້າສູ່ໄລຍະການອອກແບບແລະຊັນນະສູດແລ້ວ.
ຄຳເຫັນ
0