黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເມື່ອ​ຜະ​ເຊີນ​ໜ້າ​ກັບ​ກະ​ແສ​ຕ້ານ​ໂລ​ກາ​ພິ​ວັດ, ກອງ​ປະ​ຊຸມ G20 ຄວນ​ຍຶດ​ໝັ້ນຈຸດ​ປະ​ສົງ​ແຕ່ຫົວ​ທີ

2019-06-25 16:48:18 cri

​ວັນ​ທີ 27 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ​ຈະ​ເດີນ​ທາງ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20 ທີ່​ຈັດ​ຂຶ້ນ​ຢູ່​ໂອ​ຊາ​ກາ ປະ​ເທດ​ຍີ່​ປຸ່ນ. ນີ້​ແມ່ນ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມຫຼື​ເປັນ​ປະ​ທານ​ຂອງກອງ​ປະ​ຊຸມ​ສຸດຍອດ G20 ເປັນ​ຄັ້ງ​ທີ 7 ຢ່າງ​ລຽນ​ຕິດ​. ໃນ​ກອງ​ປະ​ຊຸມ​ສຸດຍອດ​ທຸກຄັ້ງ​ຜ່ານ​ມາ, ​ຜູ້​ນຳ​ຈີ​ນ​ໄດ້​ສະ​ເໜີ​ຄວາມ​ເຫັນ​ຂອງ​ຈີນ, ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ​ຂອງ​ຈີນ​ເພື່ອ​ປັບ​ປຸງ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ໂລກ​ໃຫ້​ດີ​ຂຶ້ນ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​​ໃຫ້​ຄວາມ​ສຳ​ຄັນຢ່າງ​ສູງ​ຕໍ່​ການ​ເຂົ້າ​ຮ່ວມ​​ໃນການ​ຮ່ວມ​ມື​ຂອງ G20 ແລະມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ຖາ​ນະປະ​ເທດ​ໃຫຍ່.

 ກອງ​ປະ​ຊຸມ​ສຸດຍອດ G20 ຈັດ​ຂຶ້ນ​ຄັ້ງ​ທຳ​ອິດໃນ​ສະ​ພາບ​ຫຍຸ້ງ​ຍາກ. ປີ 2008, ວິ​ກິດ​ການ​ດ້ານ​ການ​ເງິນ​ທີ່​ເກີດ​ຂຶ້ນ​ຈາກ​ອາ​ເມ​ຣິ​ກາ​ໄດ້​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ໂລກ. ເພື່ອຫຼີກ​ເວັ້ນ​ບໍ່​ໃຫ້​​ວິ​ກິດ​ການ​ຮ້າຍ​ແຮງ​ຂຶ້ນ​ຈົນ​ເຮັດ​ໃຫ້ເສດ​ຖະ​ກິດ​ໂລກ​ຊຸດ​ໂຊມ​ລົງ​ຢ່າງ​ໜັກ​ໜ່ວງ, ຜູ້​ນຳ​ກຸ່ມ 20 ປະ​ເທດ​ຈິ່ງ​ໄດ້​ປຶກ​ສາ​ຫາ​ລືເຖິງ​ວິ​ທີ​ຮັບ​ມື​ເປັນ​ຄັ້​ງ​ທຳ​ອິດ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ​ຂອງ​ອາ​ເມ​ຣິ​ກາ ຂະ​ນະ​ດຽວ​ກັນ, ປະ​ເທດ​ພວມ​ພັດ​ທະ​ນາ​ແລະ​ກຸ່ມ​ເສດ​ຖະ​ກິດ​​ຈະ​ເລີນໃໝ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ, ກຸ່ມ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໄດ້​ໃຊ້​ມາດ​ຕະ​ການ​ກະ​ຕຸ້ນ​ທາງ​ດ້ານ​ເງິນ​ຕາ, ເປີດກວ້າງ​ການ​ເງິນ​ແລະ​ປະ​ຕິ​ຮູບ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ແລະ​ອື່ນໆ​​ໂດ​ຍ​ມີ​ການປະ​ສານ​ງານ​ກັນ ເຊິ່ງ​ສາ​ມາດ​ຄວບ​ຄຸມ​ວິ​ກິດ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ແລະ​ສາ​ມາດ​ກອບ​ກູ້​ຄວາມ​ເຊື່ອ​ໝັ້ນ​ຂອງ​​ຕະຫຼາດ.

10 ປີ​ຜ່ານ​ມາ, ກອງ​ປະ​ຊຸມ​ສຸດຍອດ G20 ​ໄດ້​ຄ່ອຍໆ​ຫັນ​ປ່ຽນ​ຈາກ “ກົນ​ໄກ​ຮັບ​ມື​ກັບ​ວິ​ກິດ​ການ" ມາ​ເປັນ “ກົນ​ໄກ​ຄຸ້ມ​ຄອງ​ບໍ​ລິ​ຫານ​ເສດ​ຖະ​ກິດ​ໂລກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ຍາວ", ​ແລະກາຍ​ເປັນກົນ​ໄກຫຼາ​ຍ​ຝ່າຍ​ທີ່​ສຳ​ຄັນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ສາ​ກົນ. ແຕ່​ວ່າ, ເມື່ອ​ຜະ​ເຊີນກັບ​ລັດ​ທິ​ຝ່າຍ​ດຽວ, ລັດ​ທິ​ປົກ​ປ້ອງ ແລະ​ແນວ​ຄິດ​ຝືນ​​ໂລກ​ພິ​ວັດ​ທີ່​ປະ​ກົດ​ຂຶ້ນ, ໂດຍ​ສະ​ເພາະ​ແມ່ນ​ອາ​ເມ​ລິ​ກາ​ສ້າງ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ແຕ່​ຝ່າຍ​ດຽວ​ນັບ​ມື້ຮ້າຍ​ແຮງ​ຂຶ້ນ​ນັ້ນ, ເຮັດ​ໃຫ້​ສະ​ມາ​ຊິກ G20 ໄດ້​​ຮັບ​ຜົນກະ​ທົບ​ໃນ​ລະ​ດັບ​ຕ່າງ​ກັນ, ເຊິ່ງ​ເປັນ​ສິ່ງ​ທ້າ​ທາຍທີ່ກອງ​ປະ​ຊຸມ​ສຸດຍອດ G20​ໂອ​ຊາ​ກາ​ຄັ້ງ​ນີ້​ຕ້ອງ​ຜະ​ເຊີນ​ນັ້ນ ​ຍິ່ງ​ສັບ​ສົນ​ແລະ​ເຄັ່ງ​ຕຶງກວ່າ​ເກົ່າ.

ຕາມ​ຂໍ້​ມູນ​ຈາກ​ອົງ​ການ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ເສດ​ຖະ​ກິດ (OECD)ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄຕ​ມາດ​ທີ​ໜຶ່ງ​ປີນີ້, ​ການ​ສົ່ງ​ອອກ​ຂອງ​ປະ​ເທດສະ​ມາ​ຊິກ G20​ສ່ວນຫຼາຍ​ຫຼຸດ​ລົງ, ການ​ເຕີບ​ໂຕ​​ດ້ານເສດ​ຖະ​ກິດ​ກໍ່​ອ່ອນ​ເພຍ​ລົງ, ສ່ວນ​ການ​ສົ່ງ​ອອກ​ຂອງ​ສ.ເກົາ​ຫຼີ, ບຼາ​ຊິນ, ຣັດ​ເຊຍ, ອິນ​ໂດ​ເນ​ເຊຍ, ແລະ​ຍີ່​ປຸ່ນ​ແ​ຮ່ງຫຼຸດ​ລົງ​ຢ່າງຫຼວງຫຼາຍ​​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ໃນ​ນັ້ນ, ສ.ເກົາຫຼີ​ຫຼຸດລົງຫຼາຍກວ່າ​ໝູ່​​ເຖິງ 7,1%. ສ.ເກົາຫຼີ​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບໄວ​ທີ່​ສຸດ​ຕໍ່​ກຳ​ລັງ​ກົດ​ດັນ​ດ້ານ​ເສດ​ຖະ​ກິດ​ທົ່ວ​ໂລກ, ​ຈົນ​ຖືກ​ຂະ​ໜານ​ນາມ​ວ່າເປັນ “ນົກ​ນ້ອຍ”ຂອງ​ເສດ​ຖະ​ກິດ​ໂລກ. ການຫຼຸດ​ລົງ​​ທາງ​ດ້ານ​ເສດ​ຖະ​ກິດ​​ຂອງສ.ເກົາ​ຫຼີ​ອາດ​ຈະ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ສ່ຽງ​ທີ່​ເສດ​ຖະ​ກິດ​ໂລກ​​ຈະຕົກ​ຢູ່​ໃນ​ສະ​ພາບ​ຖອຍຫຼັງ​ຈົນ​ກະ​ທັ້ງ​​ເກີດວິ​ກິດ​ການ.ຈີນໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ຄວບ​ຄຸມ​ຄວາມ​ກັງ​ວົນ​ດ້ານ​ການ​ເງິນ​ແລະ​ແກ້​ໄຂວິ​ກິດ​ການ. ໃນ​ກອງ​ປະ​ຊຸມ​ສຸດຍອດ G20 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄ​ອນ​ຫາງ​ໂຈ່ວ​ປີ 2016, ຈີນ​ໄດ້​ສະ​ເໜີ​ວິ​ທີ​ແກ້​ໄຂ​ເສດ​ຖະ​ກິດ​ໂລກແບບ​ສັງ​ລວມ, ໃນ​ນັ້ນ​ລວມ​ທັງ​ຈຸດ​ຢືນ​ຕ່າງໆ​ເຊັ່ນ: ​ເພີ່ມ​ທະ​ວີ​​ການ​ປະ​ສານ​ງານ​ດ້ານນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ, ​ການ​ພັດ​ທະ​ນາ​ດ້ວຍ​ການປະ​ດິດ​ສ້າງ​ໃໝ່, ຂຸດ​ຄົ້​ນ​ກຳ​ລັງ​ແຮງ​ດ້ານ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ປັບ​ປຸງ​​ການ​ບໍ​ລິ​ຫານເສດ​ຖະ​ກິດ​ໂລກ​ໃຫ້​ສົມ​ບູນ​ຂຶ້ນ, ສ້າງ​ເສດ​ຖະ​ກິດ​ໂລກ​ທີ່​ເປີດ​ປະ​ຕູ, ຊຸກ​ຍູ້ການ​ເຕີບ​ໂຕ​ແບບກວມ​ລວມ​ແລະ​ຍືນ​ຍົງແລະ​ອື່ນໆ, ​ເຊິ່ງ​ໄດ້ສະ​ແດງ​​ໃຫ້​ເຫັນທ່າ​ທີ​ຂອງ​ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ແລ​ະ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ປະ​ຊາ​ຄົມ​ໂລກ.

​ພາຍ​ໃຕ້​ສະ​ພາບ​ການ​ທີ່​ມີ​ຄວາມ​ສ່ຽງ​ແລະ​ຄວາມ​ບໍ່​ແນ່ນອນ​ຂອງ​ໂລກ​ເພີ່ມ​ຂຶ້ນ, ທົ່ວ​ໂລກ​ຫວັງ​ວ່າ G20 ​ຈະສາ​ມາດ​ກາຍ​ເປັນ​ໜ່ວຍ​ງານ​ທີ່​​ມີ​ຄວາມສາ​ມາດ​ປະ​ຕິ​ບັດ​ຕົວ​ຈິງ​ແຕ່​ບໍ່​ແມ່ນ​ສົນ​ທະ​ນາ​ກັນ​ຊື່ໆ​, ບັນ​ດາ​ຝ່າຍ​ຄວນ​ປະ​ສານ​ງານ​ຫຼັກ​ໝັ້ນ​ຂອງ​ຕົນ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ, ​ບັນ​ລຸຄວາມ​ເປັນ​ເອ​ກະ​ພາບ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ສ້າງ​ຈຸດ​ພົ້ນ​ເດັ່ນ​ທີ່​ປະ​ຈັກ​ຕາ​ໃນ​ສະ​ພາບ​ການ​ທີ່​ການ​ເຕີບ​ໂຕ​ຂອງເສດ​ຖະ​ກິດ​ໂລກ​ຫຼຸດ​ລົງ.

ຄຳ​ເຫັນ

0