莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ລິ​ກາ​ປະ​ກາດ​ວ່າ​ຈະ​ຂວ້ຳ​ບາດ​ຜູ້​ນຳ​ສູງ​ສຸດ​ຂອງ​ອີ​ຣານ

2019-06-25 10:27:19 cri

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ວັນ​ທີ 24 ມິ​ຖຸ​ນານີ້ຢູ່​ທຳ​ນຽບ​ຂາວ, ທ່ານ​​ໂດ​ໂນ​ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາໄດ້​ເຊັນ​ດຳ​ລັດ​​ ເພື່ອ​ຂວ້ຳ​ບາດ​ທ່ານ​ອາ​ຢາ​ໂຕ​ລາ ຊາ​ເຢັດ ​ອາ​ລີ ຄາ​ເມ​ນີ ​ຜູ້​ນຳ​ສູງ​ສຸດ​ຂອງ​ອີ​ຣານແລະ​ອົງ​ການ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ.

ທ່ານ​​ທ​ຣຳ​ກ່າວ​ວ່າ: ການ​ຂວ້ຳ​ບາດ​ຄັ້ງ​ນີ້​ແມ່ນ​ການ​ຕອບ​ໂຕ້​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງອີ​ຣານ​ໃນ​ໄລ​ຍະ​ຜ່ານ​ມານີ້​ເຊິ່ງ​ລວມ​ທັງ​ການ​ຍິງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ​ອາ​ເມ​ຣິ​ກາຕົກ, ຜູ້​ນຳ​ສູງ​ສຸດ​ຂອງ​ອີ​ຣານ​ຄວນ​ຮັບ​ຜິດ​ຊອບ​ຕໍ່​ “​ການ​ເຄື່ອນ​ໄຫວທີ່​ເປັນ​ປໍ​ລະ​ປັກ”​ທີ່​ອີ​ຣານກໍ່​ຂຶ້ນ. ການ​ຂວ້ຳ​ບາດ​ຄັ້ງ​ນີ້​ຈະ​ຕັດ​ແຫຼ່ງລາຍ​ຮັບ​ທີ່​ສຳ​ຄັນ​ຂອງ​ທ່ານ​ຄາ​ເມ​ນີ, ຫ້ອງ​ການ​ຜູ້​ນຳ​ສູງ​ສຸດ ແລະ​ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​​ອອກຖະ​ແຫຼງ​ການ​ໃນ​ມື້​ດຽວ​ກັນ​ວ່າ, ​ຄວາມ​ໂດດ​ດ່ຽວ​ດ້ານ​ການ​ທູດ​ແລະ​ການ​ໃຊ້​ຄວາມ​ກົດ​​ດັນ​ຢ່າງ​ສຸດ​ຂີດ​ດ້ານ​ເສດ​ຖະ​ກິດ​ຂອງອາ​ເມ​ຣິ​ກາ​ທີ່​ມີ​ຕໍ່​ອີ​ຣານ​ຍັງ​ຈະ​ສືບ​ຕໍ່ປະ​ຕິ​ບັດ​ຢ່າງ​​ຕໍ່​ເນື່ອງ, ຈົນ​ກວ່າ​ອີ​ຣານ​​ຈະຕົກ​ລົງ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ຮອບ​ດ້ານ​ສະ​ບັບ​ໃໝ່.

ຄຳ​ເຫັນ

0