莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຊ່ຽວ​ຊານຝ​ຣັ່ງ: ​ການ​ປະ​ກອບ​ສ່ວນ​ຂອງ​ຈີນ​ເພື່ອ​ປົກ​ປ້ອງ​ລັດ​ທິຫຼາຍ​ຝ່າຍ​ແລະ​ຊຸກ​ຍູ້​ໂລ​ກາ​ພິ​ວັດ ​ໃຜໆ​ກໍ່ເຫັນ​ປະ​ຈັກ​ຕາ

2019-06-26 10:34:54 cri

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ກ່ອນ​ໄຂ​ກອງ​ປະ​ຊຸມ​ສຸດຍອດໂອ​ຊາ​ກາ​ຂອງ​ກຸ່ມ G20, ທ່ານ​ເບ​​ທ​ຣອງ ເບ​ດີ, ຜູ້​ຊ່ຽວ​ຊານ​ດ້ານ​ສາຍ​ພົວ​ພັນ​ລະ​ຫວ່າງ​ຊາດ​ທີ່​ມີ​ຊື່​ສຽງ​ຂອງ​ສະ​ຖາ​ບັນ​ການ​ເມືອງ​ປາ​ລີ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ ໂດຍ​ກ່າວ​ວ່າ, ​ການ​ປະ​ກອບ​ສ່ວນ​ຂອງ​ຈີນ​ເພື່ອ​ປົກ​ປ້ອງ​ລັດ​ທິຫຼາຍ​ຝ່າຍ​ແລະ​ຊຸກ​ຍູ້​ໂລ​ກາ​ພິ​ວັດ​ນັ້ນ​​ໃຜໆ​ກໍ່​​ເຫັນ​ໄດ້​ປະ​ຈັກ​ຕາ, ທ່ານ​​​ທ້ວງ​ໃຫ້​ຈີນ​ສືບ​ຕໍ່​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທົ່ວ​ໂລກ​ໃຫ້​ສົມ​ບູນ​ຂຶ້ນ​ໃນ​ກອງ​ປະ​ຊຸມ​ສຸດຍອດ G20 ຄັ້ງ​ນີ້.
 

ທ່ານ​ເບ​ດີ​ກ່າວ​ວ່າ, ຈີນ​ຕັ້ງ​ໜ້າ​ຊຸກ​ຍູ້​​ການ​ແກ້​ໄຂ​ສະ​ຖາ​ນະ​ການ​​ຄວາມ​ເຄັ່ງ​ຕຶງ​ໃນ​ສະ​ເພາະ​ໜ້າໂດຍ​ຜ່ານ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທົ່ວ​ໂລກ, ​ແລະເຂົ້າ​ຮ່ວມ​ການ​ປັບ​ປຸງສະ​ພາບ​ແວດ​ລ້ອມ​ທົ່ວ​ໂລກ​ຢ່າງ​ຕັ້ງ​ໜ້າ, ​ສະ​ໜັບ​ສະໜູນ​ອົງ​ການ UNDP ຢ່າງ​ແຂງ​ແຮງ, ການ​ກະ​ທຳ​ເຫຼົ່າ​ນີ້​ໄດ້​ສ້າງ​ຜົນ​​ປະ​ໂຫຍດ​ຢ່າງ​ຕັ້ງ​ໜ້າ​ຕໍ່​ໂລກ.
 

ໃນ​ເວ​ລາ​ກ່າວ​ເຖິງ​ສະ​ຖາ​ນະ​ການ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ສາ​ກົນ​ໃນ​ປະ​ຈຸ​ບັນ, ທ່ານ​​ເບ​ດີ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຂົ່ມ​ຂູ່​ວ່າ​ຈະ​ຂຶ້ນພາ​ສີຕໍ່​ເຫຼົ້າ​​ແວງ​ຝ​ຣັ່ງ, ແລະ​ຈະ​ກໍ່​ສົງ​ຄານ​ດ້ານ​ການ​ຄ້າ​ກັບ​ຈີນ, ການ​ກະ​ທຳ​ແບບ​ລັດ​ທິ​ຝ່າຍ​ດຽວ​ເຫຼົ່າ​ນີ້​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່ຫຼວງ​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກ.

ຄຳ​ເຫັນ

0