尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສຳ​ມະ​ນາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ກັບ​ການ​ພັດ​ທະ​ນາອາ​ຊຽນ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ

2019-06-26 11:06:50 cri

ວັນ​ທີ 25 ມິ​ຖຸ​ນາ​ນີ້, ກອງ​ປະ​ຊຸມ​ສຳ​ມະ​ນາ​​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ກັບ​ການ​ພັດ​ທະ​ນາອາ​ຊຽນ​ເຊິ່ງ​ເປັນ​ກິດ​ຈະ​ກຳ​ຕ່າງໆ​ຮອບ​ທີ 2 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຈາ​​ກາ​ຕາກ່ຽວ​ກັບ​ການ​ພົວ​ພັນ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍພາຍ​ໃຕ້​ຫົວ​ຂໍ້ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ກັບອາ​ຊຽນ: ການ​ພັດ​ທະ​ນາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.
 

图片默认标题_fororder___172.100.100.3_temp_9500033_1_9500033_1_1_c1f3e17f-0592-4f11-8050-bcc356f55107

ທ່ານ ​ຮວງ​ຊີ່​ລຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແລະ​ກ່າວ​​ຄຳປ​າ​ໄສ. ​ໂດຍ​ທ່ານກ່າວ​ວ່າ: ກ່ອນ​ໜ້າ​ນີ້​ບໍ່​ດົນ, ​ກອງ​ປະ​ຊຸມ​ສຸດຍອດ​ຂອງເວ​ທີ​ປຶກ​ສາ​ຫາ​​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ,ແລະ​ໄດ້​ຮັບ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດ​ງ​ໃຫ້​ເຫັນ​ວ່າ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ໄດ້​ເລີ່ມ​ກ້າວເຂົ້າ​ສູ່​ໄລ​ຍະ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ຢ່າງມີ​ຄຸນ​ນະ​ພາບ​ສູງ. ເມື່ອ​ຫວນ​ຄືນ​ຫຼັງ,ອາ​ຊຽນ​ໄດ້​ກາຍ​ເປັນ​ເຂດ​ທີ່​​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຊັດ​ເຈນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຂອງ​ຈີນ. ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ກ້າວ​ໄປ​ໜ້າໃນ​ຂະ​ບວນ​ການ​ຄົ້ນ​ຄວ້າ,ໄດ້​​ປັບ​ປຸງ​ໃຫ້​ດີ​ຂຶ້ນໃນ​ຂະ​ບວນ​ການ​ພັດ​ທະ​ນາ​ແລະ​ໄດ້​ເຕີບ​ໃຫຍ່​ຂະ​ຫຍາຍຕົວ​ໃນ​ຂະ​ບວນ​ການ​ປະ​ດິດ​ສ້າງ​ໃໝ່ ​ໂດຍໄດ້​ຮັບ​ໝາກ​ຜົນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ທີ່​ໜ້າ​ປະ​ທັບໃຈ. ເມື່ອ​ເບິ່ງ​ອະ​ນາ​ຄົດ,ອາ​ຊຽນ​ເປັນ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ສຸດ​ໃນ​ການ​ເຊື່ອມ​ຕໍ່​ກັບ​​ການ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”,ສອງ​ຝ່າຍ​ພວມ​ສຸມ​ທຸ​ກ​ກຳ​ລັງ​ເພື່ອຊຸກ​ຍູ້​ການ​ເຊື່ອມ​ຕໍ່“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ກັບ “ແຜນ​ແມ່​ບົດ​ກ່ຽວ​ກັບການ​ເຊື່ອມ​ຈອດ​ກັນ​ຂອງ​ອາ​ຊຽນ​ປີ 2025”, ເຊື່ອ​ວ່າ​ນີ້​ຈະ​ເປັນ​ການ​ເພີ່ມ​ພ​ະ​ລັງ​ແຮງ​​ໃໝ່ທີ່​ເຂັ້ມ​ແຂງ​ເຂົ້າ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.

ຄຳ​ເຫັນ

0