覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ວ່າ ກອງ​ປະ​ຊຸມ​ສຸດຍອດ​G20ໂອ​ຊາ​ກາ​ຈະ​ສົ່ງ​ສັນ​ຍານ​ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ, ລັດ​ທິ​ປົກ​ປ້ອງ​ແລະ​ລັດ​ທິ​ມະ​ຫາ​ອຳ​ນາດ​ຢ່າງ​ແຮງ​ກ້າ

2019-06-26 10:06:07 cri

ວັນ​ທີ 25 ມິ​ຖຸ​ນາ​ນີ້, ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດຈີນ​ກ່າວ​ວ່າ, ຈີນ​ຫວັງ​ວ່າ ກອງ​ປະ​ຊຸມ​ສຸດຍອດ​G20 ຄັ້ງ​ທີ 14 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ໂອ​ຊາ​ກາ​ປະ​ເທດ​ຍີ່​ປຸ່ນ​ໃນ​ໄວໆ​ນີ້​ຈະ​ສາ​ມາ​ດ​ສົ່ງ​ສັນ​ຍານ​ອັນ​ແຮງ​ກ້າ​ໃນ​ການ​ສະ​ໜັບ​ສະ​ໜູນ​ລັດ​ທິຫຼາຍ​ຝ່າຍ, ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ, ສະ​ໜັບ​ສະ​ໜູນ​ການ​ເປີດ​ປະ​ຕູ​ແລະ​ກວມ​ລວມ, ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ, ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຄັດ​ຄ້ານ​ການ​ຂົ່ມ​ເຫັງ​ເຕັງ​ເອິກ​ປະ​ເທດ​ອື່ນ​ດ້ວຍ​ແນວ​ຄິດ​ມະ​ຫາ​ອຳ​ນາດ.
 

  ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ມິ​ຖຸ​ນາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ວັນ​ທີ 24 ມິ​ຖຸ​ນາ​ນີ້, ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ແລະ​ອົງ​ການ​ການ​ຄ້າ​ໂລກ​ຕ່າງ​ກໍ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ເພື່ອ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​​ອະ​ນາ​ຄົດ​ຂອງເສດ​ຖະ​ກິດ​ໂລກ​ ໂດຍ​ເຫັນ​ວ່າ ມາດ​ຕະ​ການ​ຈຳ​ກັດ​ທີ່​ສະ​ມາ​ຊິກ​G20ວາ​ງ​ອອກ​ພ້ອມ​ດ້ວຍ​ສະ​ພາບທີ່ການ​ຄ້າ​ລະ​ຫວ່າງ​ສະ​ມາ​ຊິກ​G20​​ມີ​ຄວາມ​ເຄັ່ງ​ຕຶງໄດ້​ເຮັດ​ໃຫ້​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ໂລກ​ມີ​ຄວາມ​ບໍ່​ແນ່ນອນ​ເພີ່ມຫຼາຍ​ຂຶ້ນ, ​ສະ​ນັ້ນ,ຈິ່ງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​G20​ຈົ່ງ​ຮ່ວມ​ກັນ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ນີ້, ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່ເລື່ອງ​ນີ້.
 

ທ່ານ​ເກີງ​ສວງ​ກ່າວ​ວ່າ: ພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​​ຕິດ​ຕາມບົດ​ລາຍ​ງານ​ສອງ​ສະ​ບັບ​ດັ່ງ​ກ່າວ​ແລ້ວ ໂດຍ​ເຫັນ​ວ່າ ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​​ໃນບົດ​ລາຍ​ງານ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ສຽງ​ຮຽກ​ຮ້ອງ​ທົ່ວ​ໄປ​ແລະ​ຄວາມ​ກັງ​ວົນ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ​ໃນ​ປັດ​ຈຸ​ບັນ. ແມ່ນ​ແທ້, ເສດ​ຖະ​ກິດ​ໂລກ​ໃນ​ປັດ​ຈຸ​ບັນ​ມີ​ຄວາມ​ບໍ່​ແນ່ນອນ​ແລະ​​ມີຄວາມ​ບໍ່​ໝັ້ນ​ທ່ຽງ​ນັ້ນ ​ຕົ້ນ​ຕໍ​ແມ່ນ​ເກີດ​ຈາກ​ສະ​ພາບຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ ແລະ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ ​ຕົ້ນ​ຕໍ​ກໍ​ເກີດ​ຂຶ້ນ​ຈາກ​ລັດ​ທິ​ຝ່າຍ​ດຽວ,ລັດ​ທິ​ປົກ​ປ້ອງ​ແລະລັດ​ທິ​ມະ​ຫາ​ອຳ​ນາດ. 

ຄຳ​ເຫັນ

0