覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​​ທຸ​ລະ​ກິດ​ເຢຍ​ລະ​ມັນ​ຫວັງ​ວ່າ ໃນ​ກອງ​ປະ​ຊຸມ​ສຸດຍອດ G20, ບັນ​ດາ​ປະ​ເທດ​ຈະ​ປະ​ຖິ້ມ​​ແນວ​ຄິດລັດ​ທິ​ປົກ​ປ້ອງ​ການ​ຄ້າ​

2019-06-26 15:21:16 cri

图片默认标题_fororder_sfhsfjlsfjlsfjisfe1
 

ກອງ​ປະ​ຊຸມ​ສຸດຍອດ G20 ຄັ້ງ​ທີ 14 ຈະ​ຈັດ​ຂຶ້ນ​ຢູ່​ໂອ​ຊາ​ກາ ປະ​ເທດ​ຍີ່​ປຸ່ນ​ແຕ່​ວັນ​ທີ 28-29 ມິ​ຖຸ​ນາ​ນີ້. ກ່ຽວ​ກັບ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຊາວ​ໂລກ​ຄັ້ງ​ນີ້, ທ່ານວອ​ຟ​ຟ​ຣາມ ລົບ​ນິ​ສ ທີ່​ປຶກ​ສາ​ຄັງ​ປັນ​ຍາ​ອາ​ຊີ​ຂອງ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຄົ້ນ​ຄວ້າ​ການ​ປະ​ຍຸກ​ໂຟ​ຣນ​ຮອ​ຟ​ເພີ ເຢຍ​ລະ​ມັນທັງ​ເປັນ​ນັກ​ທຸ​ລະ​ກິດເຢຍ​ລະ​ມັນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ ບັນ​ດາ​ປະ​ເທດ​ຄວນ​ປະ​ຖິ້ມ​ແນວ​ຄິດ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ເພື່ອ​ພະ​ຍາ​ຍາມ ​ໃຫ້​ເສດ​ຖະ​ກິດ​ທົ່ວ​ໂລກ​ຂະ​ຫຍາຍ​ຕົວ​ຮ່ວມ​ກັນ.
 

“ນີ້​ເປັນ​ກອງ​ປະ​ຊຸມ​ສຸດຍອດ​ທີ່​​ພົວ​ພັນ​ເຖິງ​ອະ​ນາ​ຄົດ​ຂອງມວນ​ມະ​ນຸດ​ຄັ້ງ​ໜຶ່ງ. ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ນີ້, ຈະ​ປຶກ​ສາ​ຫາ​ລືຫຼາຍ​ຫົວ​ຂໍ້​ກ່ຽວ​ຂ້ອງກັບ​ຍຸກ​ສະ​ໄໝ​ພວກ​ເຮົາ​ຢ່າງ​ແໜ້ນ​ແຟ້ນ. ບັນ​ດາ​ປະ​ເທດ​ຄວນ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃຫ້​ເສດ​ຖະ​ກິດ​ທົ່ວ​ໂລກ​ຂະ​ຫຍາຍ​ຕົວ​ຮ່ວມ​ກັນ, ​ໃນ​ນັ້ນ ຂໍ້​ກະ​ແຈ​​ສຳ​ຄັນ​ກໍ​ຄື​ຕ້ອງ​ປະ​ຖິ້ມ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ. ”

ຄຳ​ເຫັນ

0