黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະນະ​ກຳມະການ​ເອີ​ລົບຟື້ນ​ຟູ​ສິດ​ລົງ​ຄະ​ແນນ​ສຽງ​ຂອງ​ຣັດ​ເຊຍ

2019-06-26 15:43:04 cri

ວັນ​ທີ 25 ມິ​ຖຸ​ນາ​ນີ້, ຄະນະ​ກຳ​ມະການ​ເອີ​ລົບໄດ້​ປ່ອນບັດຜ່ານ​ມະ​ຕິ​ຂໍ້​ໜຶ່ງ, ໄດ້​ເພີ່ມຂໍ້​ກຳ​ນົດ​ຂໍ້ໜຶ່ງ​ໃນ​ກົດ​ລະ​ບຽບ​​ຂອງ​ຂັ້ນ​ຕອນ​ວາ​ລະ​ປະ​ຊຸມ​ຂອງ​ອົງ​ການ​ດັ່ງ​ກ່າວ, ຂໍ້​ກຳ​ນົດ​ດັ່ງ​ກ່າວ​ໄດ້​ຟື້ນ​ຟູ​ສິດ​ລົງ​ຄະ​ແນນ​ສຽງ​ຂອງ​ຣັດ​ເຊຍ​ໃນ​ກອ​ງ​ປະ​ຊຸມ​ສະ​ພາຄະນະ​ກຳ​ມະການ​ເອີ​ລົບ.

ກອງ​ປະ​ຊຸມ​ສະ​ພາ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ​ໄດ້​ຜ່ານ​ມະ​ຕິ​ດັ່ງ​ກ່າວ​ໃນ​ວັນ​ທີ 25 ມິ​ຖຸ​ນາ​ນີ້​ດ້ວຍ​ການເຫັນ​ດີ 119 ​ສ​ຽງ, ​ຄັດ​ຄ້ານ 62 ​ສ​ຽງ​ແລະ​ບໍ່​ລົງ​ຄະ​ແນນ​ 10 ສຽງ. ເນື້ອ​ໃນ​ຂອງ​ຂໍ້​ກຳ​ນົດ​ດັ່ງ​ກ່າວ​​ລະ​ບຸ​ຢ່າງຈະ​ແຈ້ງ​ແລ້ວ​ວ່າ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​​ການ​ເອີ​ລົບ​ປະ​ຈຳກອງ​ປະ​ຊຸມ​ສະ​ພາ​ຂອງ​ອົງ​ການ​ດັ່ງ​ກ່າວ​ມີ​ສິດ​ລົງ​ຄະ​ແນນ​ສຽງ​ແລະ​ປະ​ກອບ​ຄຳ​ເຫັນ, ​ແຕ່ມະ​ຕິ​ດັ່ງ​ກ່າວ​ບໍ່​ໄດ້​​ລະ​ບຸເຖິງ​ຣັດ​ເຊຍ​ໂດຍ​ກົງ, ແຕ່​ຕົວ​ຈິງ​ແລ້ວ​​ແມ່ນໄດ້​ຟື້ນ​ຟູ​ສິດ​ລົງ​ຄະ​ແນນ​ສຽງ​ຂອງ​ຣັດ​ເຊຍ​ໃນ​ກອງ​ປະ​ຊຸມ​ຄະ​ນະ​ກຳ​​ມະ​ການ​ເອີ​ລົບ.

ຄຳ​ເຫັນ

0