吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​​ຜູ້​ຕິດ​ຢາ​ເສບ​ຕິດ​ຈີນ​ຫຼຸດ​ລົງ​ເປັນຄັ້ງທຳ​ອິດ

2019-06-26 17:17:24 cri

ກ່ອນ​ວັນ​ຕໍ່ຕ້ານ​ຢາ​ເສບ​ຕິດ​ສາກົນ “26 ມິຖຸນາ​”, ຫ້ອງການ​ຄະນະ​ກຳມະການຕໍ່​ຕ້ານ​ຢາ​ເສບ​ຕິດ​​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ “ບົດ​ລາຍ​ງານສະພາບ​ການ​ຢາ​ເສບ​ຕິດ​ຈີນ​ປີ 2018” ​ເຊິ່ງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຮອດ​ທ້າຍ​ປີ 2018, ​ໃນ​ທົ່ວ​ປະ​ເທດ​ຈີນ​ລວມມີ​ຜູ້​ຕິດ​ຢາເສບ​ຕິດ 2,4 ລ້ານ​ຄົນ, ກວມ 0,18% ຂອງ​ຈຳນວນ​ປະຊາກອນ​ທັງ​ໝົດ​​ໃນທົ່ວ​ປະ​ເທດ ​ເຊິ່ງ​ໄດ້​ຫຼຸດ​ລົງ​ເປັນ​​ຄັ້ງທຳ​ອິດ, ວຽກ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ຈີນ​ໄດ້​ຮັບ​ໝາກຜົນ​ຢ່າງ​ຈະ​ແຈ້ງ. ຂະນະ​ດຽວ​ກັນ, ​​ເຖິງ​ວ່າການຕໍ່​ຕ້ານ​ຢາ​ເສບ​ຕິດ​ຂອງ​ຈີນ​ໄດ້​ຮັບ​ໝາກຜົນ​ຫຼາຍ​ກໍ​ຕາ​ມ, ​ແຕ່​ສະພາບ​ການ​ນຳ​ໃຊ້​ຢາ​ເສບ​ຕິດ​ປະສົມ​ທົ່ວທີບ​ຈີນຍັງ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ​ຊະນິດ ​ແລະໂຄງ​ປະກອບ​ຂອງ​ຢາ​ເສບ​ຕິດ​ກໍ​ມີ​ການ​ປ່ຽນ​ແປງ. ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ໄດ້ຊີ້​ໃຫ້​ເຫັນ​ວ່າ: ການຄ້າຂາຍ​ເຖື່ອນ​ກັນຊາ​ຈາກ​ອາ​ເມຣິກາ​ເໜືອ​​ເຂົ້າ​ສູ່​ປະ​ເທດ​ຈີນມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຢ່າງ​ຈະ​​ແຈ້ງ ​ເຊິ່ງ​​ເປັນໄພ​ຂົ່ມຂູ່​​ໃໝ່ຕໍ່​ຈີນ.

 

ຄຳ​ເຫັນ

0