莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ເນັ້ນ​ໃຫ້ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ຕາມ​ກົນ​ໄກຕະຫຼາດ ​ການ​ປົກ​ຄອງ​ດ້ວຍ​ກົດ​ໝາຍ​ ແລະ​ ແບບ​ສາ​ກົນ

2019-06-26 10:08:47 cri

ວັນ​ທີ 25 ມິ​ຖຸ​ນານີ້, ​ລັດ​ຖະ​ບານ​ຈີນ​ໄດ້​ໄຂ​ກອງ​ປະ​ຊຸມ​​​ຜ່ານ​ວີ​ດີ​ໂອກ່ຽວ​ກັບ​ການ​ລົງ​ເລິກ​​ການປະ​ຕິ​ຮູບ “ການ​ກະ​ຈາຍ​ອຳ​ນາດ, ການຄຸ້ມ​ຄອງ​ແລະ​ບໍ​ລິ​ການ" ເຊິ່ງ​ໝາຍ​ຄວາມ​ວ່າ: ​​ເຮັດ​ໃຫ້​ຂັ້ນ​ຕອນ​ອະ​ນຸ​ມັດ​ກະ​ທັດ​ຮັດ, ​ການ​ກະ​ຈາຍອຳ​ນາດ​ລົງ​ສູ່​ທ້ອງ​ຖິ່ນ, ໃຫ້​ “ການ​​ກະ​ຈາຍ​ອຳ​ນາດ”ກັບ “ການ​ຄຸ້ມ​ຄອງ”​ມີ​ຄວາມ​ກົມ​ກຽວ​ກັນ, ແລະ​ໃຫ້​ການ​ບໍ​ລິ​ການ​ດີ​ຂຶ້ນ ເພື່ອ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດ້ານ​ທຸ​ລະ​ກິດການ​ຄ້າ. ທ່ານຫຼີ​ເຄີ້​ສຽງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ກ່າວ​ຄຳ​ປາ​ໃສ​​ສຳ​ຄັນ​ວ່າ: ທຸກ​ເຂດ​ແຂວງ​ທຸກ​ພາກ​ສ່ວນ​ຕ້ອງ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ກ່ຽວ​ກັບ “ການກະ​ຈາຍ​ອຳ​ນາດ,​ການຄຸ້ມ​ຄອງ​ແລະ​ບໍ​ລິ​ການ" ແລະ​ເຮັດ​ໃຫ້​ສະ​ພາບ​ແວດ​ລ້ອມ​ດ້ານ​​ທຸ​ລະ​ກິດການ​ຄ້າ​​ມີປະ​ສິດ​ທິ​ຜົນ​ຫຼາຍກວ່າ​ເກົ່າ, ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຕົ້ນ​ຕໍ​ໃນການ​ພັດ​ທະ​ນາ​​ໝົດ​ປີນີ້.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ, ປັດຈຸ​ບັນ, ສະ​ພາບ​ແວດ​ລ້ອມ​ສາ​ກົນ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ. ຕ້ອງ​ເຮັດ​ວຽກ​ຂອງ​ຕົນ​ໃຫ້​ດີ, ຮັບ​ມື​ກັບ​​ສິ່ງ​ທ້າ​ທາຍ​ຈາກ​ຄວາມ​ສ່ຽງ​, ​ຕ້ອງ​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ຕ້ອງ​ເອົາ​ການ​ປະ​ຕິ​ຮູບ“ການກະ​ຈາຍ​ອຳ​ນາດ,​ການຄຸ້ມ​ຄອງ​ແລະ​ບໍ​ລິ​ການ" ເປັນ​ມາດ​ຕະ​ການ​ອັນ​ສຳ​ຄັນ​ໃນ​ການ​ຮັກ​ສາ​ "6 ​ໝັ້ນ​ທ່ຽງ” ເຊິ່ງກໍ່​ຄື: “​ການ​ມີ​ວຽກ​ເຮັດ​ງານ​ທຳ​ໝັ້ນ​ທ່ຽງ, ການ​ທະ​ນາ​ຄານ​ໝັ້ນ​ທ່ຽງ, ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ໝັ້ນ​ທ່ຽງ, ​ການ​ລົງ​ທືນຂອງ​ຕ່າງ​ປະ​ເທດ​ໝັ້ນ​ທ່ຽງ, ​ການ​ນຳ​ໃຊ້​ງົບ​ປະ​ມານ​ໝັ້ນ​ທ່ຽງ, ​ການ​ຄາດ​ຄະ​ເນ​ໝັ້ນ​ທ່ຽງ”, ເພື່ອ​ກະ​ຕຸກ​ຊຸກ​ຍູ້​ໃຫ້​ອົງ​ກອນ​ຕົ້ນ​ຕໍ​ຂອງ​ຕະຫຼາດ​ມີພະ​ລັງ​ຊີ​ວິດ, ຊຸກ​ຍູ້​ເສດ​ຖະ​ກິດ​ໝູນ​ເດີນ​ຢ່າງ​ທຸ່ນ​ທ່ຽງ​ໜັກ​ແໜ້ນ​ແລະ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ.

ຄຳ​ເຫັນ

0