尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ບໍ່​ຄວນ​ຂຶ້ນ​ພາ​ສີ​​ຕໍ່​ຜະ​ລິດ​ຕະ​ພັນ​ນຳ​ເຂົ້າ​ຈາກ​ຈີນ

2019-06-26 16:57:53 cri

ວັນ​ທີ 25 ມິ​ຖຸ​ນາ​ນີ້, ງານ​ຟັງ​ຄຳ​ໃຫ້​ການ​ກ່ຽວ​ກັບ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ມີແຜນ​ຈະ​ຂຶ້ນ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ຈີນ​ສົ່ງ​ອອກສູ່ອາ​ເມ​ຣິ​ກາ​ທີ່​ມີ​ມູນ​ຄ່າ​ປະ​ມານ 300 ຕື້​ໂດ​ລາ​ສະ​ຫະ​ລັດໄດ້​ເຂົ້າ​ສູ່​ມື້​ສຸດ​ທ້າຍ​ແລ້ວ. ຜູ້​ຕາງ​ໜ້າ​ຂອງວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ຫຼາຍ​ແຫ່ງ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ບໍ່​ຄວນ​ຂຶ້ນ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈາກ​ຈີນ,ແລະ​ເຫັນ​ວ່າ​ການ​ຂຶ້ນ​ພາ​ສີ​ຈະ​ເຮັດ​ໃຫ້​ຜົນ​ປະ​ໂຫຍດ​ຂອງ​ວິ​ສາ​ຫະ​ກິດ​ແລະ​ຜູ້​ບໍ​ລິ​ໂພກ​​ໄດ້​ຮັບ​ຜົນ​ກະ​ທົບ,​ທັງ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ແລະ​ຕຳ​ແໜ່ງ​ງານ​ຂອງ​ອາ​ເມ​ຣິ​ກາ.
 

ໃນ​ງານ​ຟັງ​ຄຳ​ໃຫ້​ການ​ໃນ​ມື້​ດັ່ງ​ກ່າວ,ຜູ້​ຕາງ​ໜ້າ 40 ກວ່າ​ທ່ານ​ຈາກ​ຂະ​ແໜງ​ການ​ຕ່າງ​ໆ​ຂອງ​ອາ​ເມ​ຣິ​ກາ​ເຊັ່ນ: ຂະ​ແໜງ​ການ​ເຄື່ອງ​ນຸ່ງຫົ່ມ,ອຸ​ປະ​ກອນ​ການອອກ​ກຳ​ລັງ​ກາຍ​,ອຸ​ປະ​ກອນ​ເອ​ເລັກ​ໂຕ​ຣ​ນິກ​ເຄື່ອນ​ທີ່​,ສຸ​ຂະ​ພັນ, ເຄື່ອງ​ອາ​ໄຫຼ່​ໄຟ​ຟ້າ​ແລະ​ຂະ​ແໜງ​ການ​ອື່ນໆ​ເຫັນ​ວ່າ:ການ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຈີນ​ຈະ​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ແລະ​ຜູ້​ບໍ​ລິ​ໂພກ​ອາ​ເມ​ຣິ​ກາ​ໄດ້​ຮັບ​ຜົນ​ກະ​ທົບ,ເນື່ອງ​ຈາກ​ຜູ້​ສະ​ໜອງ​ສິນ​ຄ້າ​ຂອງ​ຈີນ​ມີ​ທ່າ​ແຮງ​ດ້ານ​ລາ​ຄາ​ແລະ​ຄວາມ​ສາ​ມາດ​ການ​ຜະ​ລິດ,​ເຊິ່ງວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ຄິດ​ຈະ​ຫັນ​ປ່ຽນ​ຕ່ອງ​​ໂສ້​ການ​ສະ​ໜອງນັ້ນ​ເປັນ​ໄປ​ໄດ້​ຍາກ.

ຄຳ​ເຫັນ

0