黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ເນັ້ນໜັກ​ການ​ຊຸກຍູ້​ການ​ປະຕິວັດ​ຕົວ​ເອງ​ຂອງ​ພັກ​ໃຫ້​ເຂົ້າສູ່​ລວງ​ເລິກ​ໃນ​ຍຸກ​ໃໝ່

2019-06-26 10:46:30 CRI

ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດການ​ຮ່ຳຮຽນ​ແບບ​ລວມໝູ່ຄັ້ງທີ 15 ກ່ຽວ​ກັບ “ການ​ຈື່​ຈຳ​ພາລະ​ກຳ​ແຕ່​ຫົວທີ, ຊຸກຍູ້​ການ​ປະຕິວັດ​ຕົວ​ເອງ” ​ໃນ​ວັນ​ທີ 24 ມິຖຸນາ​ນີ້.

ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ເປັນ​ປະທານ​ການ​ຮ່ຳຮຽນ ​ໂດຍ​ກ່າວ​ເນັ້ນວ່າ: ພັກ​ກອມ​ມູນິດ​ຈີນ​ໄດ້​ພັດທະນາ​​ແລະເຕີບ​​​ໂຕຂະຫຍາຍຕົວ​ຂຶ້ນ​ເປັນ​ພັກ​ຍິ່ງໃຫຍ່​​ໄດ້​ເກືອບ 100 ປີມາ​ແລ້ວ ການຈະ​​ເຮັດ​ແນວ​ໃດ​ເພື່ອ​ຮັກສາ​ຄວາມ​ກ້າວໜ້າ​ແລະ​ປອດ​ໃສ​ໄຮ້​ມົນທິນ, ຮັກສາຄວາມ​ມີ​ຊີວິດ​ຊີວາຂອງ​ຈິດ​ໃຈ​ຟົດ​ຟື້ນ​ຫ້າວຫັນ, ການຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​​ເຫັນດີ​ເຫັນ​ພ້ອມ​ແລະ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຈາກ​ປະຊາຊົນ​ຕະຫຼອດກາລະ​ນານ, ການຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ສາມາດ​ຄອງ​ອຳນາດ​​ຕະຫຼອດ​ໄປ ​ແມ່ນ​ບັນຫາ​ພື້ນຖານ​ບັນຫາໜຶ່ງທີ່​ພວກ​ເຮົາ​ຕ້ອງ​​ໄດ້​ໃຫ້​ຄຳ​ຕອບ​ແລະ​ແກ້​ໄຂ​ເປັນ​ຢ່າງ​ດີ. ພັກ​ພວກ​ເຮົາ​ໄດ້​ຮຽກຮ້ອງ​ໃຫ້​ສະມາຊິກ​ພັກ​ທຸກ​ສະຫາຍ​ບໍ່​ລືມ​ອຸດົມ​ການ​ແຕ່​ຫົວທີ, ຈື່​ຈຳ​ພາລະ​ກຳ ກໍ​ເພື່ອ​ເຕືອນ​ໃຫ້​ສະມາຊິກ​ພັກ​ທຸກ​ສະຫາຍ​ຕ້ອງ​ຮູ້​ວ່າ ອຸດົມ​ການ​ແຕ່​ຫົວທີ​ແລະ​ພາລະ​ກຳ​ຂອງ​ພັກ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ແບບລວມສູນເຖິງທາດ​ແທ້​ຈຸດປະສົງ, ອຸດົມຄະຕິ ​ແລະ ​ເປົ້າໝາຍ​ສູ້​ຊົນຂອງ​ພັກ, ​ເພື່ອຄອງ​ອຳນາດຕະຫຼອດການ ກໍ​ແຮ່ງ​ບໍ່​ຄວນ​ລືມ​ອຸດົມ​ການ​ແຕ່​ຫົວທີ​ແລະ​ພາລະ​ກຳ​ຂອງ​ພັກ ​ແລະ ​ແຮ່ງ​ບໍ່​ຄວນ​ລືມ​ແນວ​ຄິດປະຕິວັດ​ຕົວ​ເອງ, ຄວນ​ຊຸກຍູ້​ການ​ປະຕິວັດ​ຕົວ​ເອງ​ໃຫ້​ເຂົ້າສູ່​ລວງ​ເລິກ​ໃນ​ຍຸກ​ໃໝ່, ສ້າງ​ພັກ​ພວກ​ເຮົາ​ໃຫ້​ກາຍ​ເປັນ​ພັກກຳ​ອຳນາດ​ຕາມລັດທິ​ມາກ​ທີ່​ກ້າວ​ເດີນ​ຢູ່​ແຖວ​ໜ້າ​ຂອງຍຸກ​ສະ​ໄໝຢ່າງ​ສະ​ເໝີ​ຕົ້ນສະ​​ເໝີ​ປາຍ, ​ໄດ້​ຮັບ​​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ຈິງ​ໃຈ​ຈາກ​ປະຊາຊົນ, ກ້າ​ປະຕິວັດ​ຕົວ​ເອງ, ສາມາດ​ທົນ​ຕໍ່​ແຮງທົດ​ສອບ​​ຕ່າງໆ ​ແລະ​ເຕັມ​ໄປ​ດ້ວຍ​​ຈິດ​ໃຈ​ຟົດ​ຟື້ນ​ແລະ​ຫ້າວຫັນ.

ຄຳ​ເຫັນ

0