莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເຫັນ​ດີ​ຕາມ​ການ​ເຊື້ອ​ເຊີນ​ຈາກ​ນາ​ຍົກ​ຍີ່​ປຸ່ນ​ໃນ​ດ້ານຫຼັກ​ການ ແລະ​ຈະ​​ເດີນ​ທາງ​ຢ້ຽມ​ຢາມ​ຍີ່​ປຸ່ນ​ທາງ​ລັດ​ຖະ​ກິດ​ໃນ​ຕົ້ນ​ປີ​ໜ້າ

2019-06-28 09:57:17 cri

图片默认标题_fororder_微信图片_20190628092009

ຕອນ​ຄ່ຳ​ວັນ​ທີ 27 ມິ​ຖຸ​ນານີ້​ຢູ່​ໂອ​ຊາ​ກາ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​​ຊີນ​ໂ​ຊະ ອາ​ເບ​ະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ. ຜູ້​ນຳ​ສອງ​ປະ​ເທດ​​ເນັ້ນ​ໜັກ​ວ່າ: ຈະ​ເຄົາ​ລົບແລະ​ປະ​ຕິ​ບັດຫຼັກ​ການ​ທຸກ​ປະ​ການ​ທີ່​ໄດ້​ຕົກ​ລົງ​ໃນ​ເອ​ກະ​ສານ​ການ​ເມືອງ 4 ສະ​ບັບ​ລະ​ຫວ່າງ​ຈີນ-ຍີ່​ປຸ່ນ, ປະ​ຕິ​ບັດ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ຈີນ-ຍີ່​ປຸ່ນ​ທີ່​ວ່າ: ຕ່າງ​​ກໍ່ເປັນ​ຄູ່​ຮ່ວມ​ມື, ຕ່າງບໍ່​ເປັນ​​ຄູ່​ປໍ​ລະ​ປັກ, ຊຸກ​ຍູ້​ການ​ພົວ​ພັນ​ຈີນ​-ຍີ່​ປຸ່ນ​​ໃຫ້ຂະ​ຫຍາຍ​ໄປ​ໜ້າ​ຕາມ​​ທິດ​ທາງ​ທີ່​ຖືກ​ຕ້ອງ​ບົນ​ຈິດ​ໃຈ​ປ່ຽນ​ການ​ແຂ່ງ​ຂັນ​ເປັນ​ການ​ປະ​ສານ​ງານກັນ.
 

ຜູ້​ນຳ​ທັງ​ສອງ​ເຫັນ​ດີ​ຮັກ​ສາ​ການ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ໃກ້​ຊິດ, ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງການ​ນຳ​​ຂັ້ນ​ສູງ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ການ​ດ້ານ​ການ​ເມືອງ. ທ່ານນາ​ຍົກ​ອາ​ເ​ບະ​ໄດ້​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ​ຍີ່​ປຸ່ນ​ເຊື້ອ​ເຊີນ​ທ່ານ​​ປະ​ທານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ຍີ່​ປຸ່ນ​ທາງ​ລັດ​ຖະ​ກິດ​ໃນ​ລະ​ດູ​ບານ​ໃໝ່​ປີ​ໜ້າ, ທ່ານ​ສີ​ຈິ້ນ​ຜິງ​ຮັບ​ເອົາ​ການ​ເຊື້ອ​ເຊີນ​ໃນ​ດ້ານຫຼັກ​ການ.

图片默认标题_fororder_微信图片_20190628092017

 

ຄຳ​ເຫັນ

0