ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 28 ມິຖຸນານີ້ຕາມເວລາທ້ອງຖິ່ນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານ ໂຈໂຄ ວິໂດໂດ ປະທານາທິບໍດີອິນໂດເນເຊຍຢູ່ໂອສະກາ.
ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປີໜ້າແມ່ນຈີນແລະອິນໂດເນເຊຍສ້າງສາຍພົວພັນທາງການທູດຄົບຮອບ 70 ປີ, ພວກຂ້າພະເຈົ້າຄວນສືບຕໍ່ພະຍາຍາມຕໍ່ໄປ ຮ່ວມກັນສ້າງສະຖານະການໃໝ່ລະຫວ່າງສອງປະເທດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດແລະພັດທະນາຮ່ວມກັນໃນຍຸກໃໝ່. ສອງຝ່າຍຄວນເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນກັນໃນດ້ານການຄຸ້ມຄອງປະເທດແລະການບໍລິຫານງານ,ສ້າງທາງລົດໄຟບັງດຸງ-ຈາກາຕາແລະ “ແລວເສດຖະກິດສັງລວມຂອງພາກພື້ນ” ໃຫ້ດີ,ເປີດກວ້າງການຮ່ວມມືດ້ານການອົບຮົມວິຊາຊີບ,ຊຸກຍູ້ການຍົກລະດັບແລະຄຸນນະພາບຂອງການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ສູງຂຶ້ນ. ຈີນຍິນດີຮ່ວມກັບປະເທດອາຊຽນດຳເນີນການຮ່ວມມືໃນຫຼາຍດ້ານເຊັ່ນ: ຕົວເມືອງອັດສະລິຍະແລະເສດຖະກິດດີຈີຕອນເປັນຕົ້ນ,ເພື່ອເຮັດໃຫ້ການພັດທະນາດ້ວຍວິທະຍາສາດເຕັກໂນໂລຊີແລະການປະດິດສ້າງໃໝ່ກາຍເປັນພະລັງແຮງໃໝ່ໃນການຊຸກຍູ້ການເຕີບໂຕຂອງສອງປະເທດກໍຄືຂອງພາກພື້ນ.
ຄຳເຫັນ
0