赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ມຸກ​ລັດ​ຈີນ-ອາ​ເມ​ລິ​ກາ​ພົບ​ປະ​ກັນຢູ່​ໂອ​ຊາ​ກາ

2019-06-29 15:27:07 CRI

图片默认标题_fororder_1111

ໃນ​ເວ​ລາ 11:50 ນາ​ທີ​ຕາມ​ເວ​ລາ​ທ້ອງ​ຖີ່ນ​ຂອງວັນ​ທີ 29 ມີ​ຖຸ​ນານີ້  ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ ຈີນ ໄດ້​ພົບ​ປະ​ກັບ​ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ຢູ່​ທີ່​ເມືອງ​ໂອ​ຊາ​ກາປະ​ເທດ​ຍີ່​ປຸ່ນ.ໂດຍ​ປະ​ມຸກ​ລັດ​ສອງ​ປະ​ເທດ​ເຫັນ​ດີ​ຊຸກ​ຍູ້​ກາ​ນ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ທີ່​ຖື​ເອົາ​ການ​ປະ​ສານ​ງານ, ຮ່ວມ​ມື​ກັນ​ແລະ​ມີ​ຄວາມ​ໝັ້ນ​ຄົງ​ເປັນ​ພື້ນ​ຖານ.

ທ່ານ​ສີ​ຈິ້​ນ​ຜິງ​ກ່າວວ່າ, ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ພົວ​ພັນ​ສອງ​ຝ່າຍ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ໂລກ. ປັດ​ຈຸ​ບັນ ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ໄດ້​​ປະ​ສົບຄວາມ​ຫຍຸ້ງ​ຍາກ​ຈຳ​ນວນ​ໜຶ່ງ ທີ່​ບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ທັງ​ສອງ​ຝ່າຍ. ສອງ​ປະ​ເທດ​ເຖິງ​ຈະ​ມີ​ຄວາມ​ຂັດ​ແຍ້ງ​ກັນ​ກໍ່​ຕາມ, ແຕ່​ກໍ່​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງ​ຫຼວງ​ຫຼາຍ, ​ແລະຂົງ​ເຂດ​ການ​ຮ່ວມ​ມື​ກໍວ້າງ​ຂວາງ​ທີ່​ສຸດ, ສະ​ນັ້ນ ບໍ່​ຄວນ​ເຮັດ​ໃຫ້ 2 ຝ່າຍ​ຕົກ​ຢູ່​ໃນ​ສະ​ພາບ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ຈົນ​​ກ້າວ​ໄປ​ເຖິງ​ການ​ເປັນ​ສັດ​ຕູ​ກັນ, ​ແຕ່​ຄວນ​ຕ່າງ​ຊ່ວຍ​ຊູ້​ຍູ້​ໜູນ​ກັນ, ພັດ​ທະ​ນາ​ຮ່ວມ​ກັນ.

ທ່ານ​ທ​ຣຳ​ກ່າວ​ເນັ້ນ​ວ່າ, ທ່ານ​ເອງ​ບໍ່​ມີ​ເຈດ​ຕະ​ນາ​ທີ່​ບໍ່​ດີ​ຕໍ່​ຈີນ, ຫວັງ​ວ່າ​ກາ​ນ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ນັບ​ມື້​ນັບ​ດີ​ຂຶ້ນ. ທ່ານ​ຖະ​ໜຸ​ຖະ​ໜອມ​ການ​ພົວ​ພັນ​ອັນ​ດີ​ງາມ​ກັບ​ທ່ານ​ສີ​ຈິ້ນ​ຜິງ ແລະ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ.

ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ,ທ່ານ​ສິ​ຈິ້ນ​ຜິງ​ກ່າວ​ເນັ້ນ​ໜັກ​ວ່າ, ທາດ​ແທ້​ແຫ່ງ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍດ, ສອງ​ຝ່າຍ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງ​ມະ​ຫາ​ສານ, ສອງ​​ຝ່າຍ​ຄວນ​ເປັນ​ຄູ່​ຮ່ວມ​ທີ່​ດີ.ຈີນ​ມີ​ຄວາມ​ຈິງ​ໃຈ​ທີ່​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ, ​ຄວບ​ຄຸມ​ຄວາມ​ຂັດ​ແ​ຍ້ງ​ກັນ, ແຕ່​ການ​ເຈ​ລະ​ຈາ​ຕ້ອງ​ຢູ່​ບົນ​ພື້ນ​ຖານ​ຄວາມ​ເປັນ​ສະ​ເໝີ​ພາບ​ກັນ, ມີ​ຄວາມ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ແກ້​ໄຂ​ຄວາມ​​ກັງ​ວົນ​ຂອງ​ແຕ່​ລະ​ຝ່າຍຢ່າງ​ສົມ​ເຫດ​ສົມ​ຜົນ.ໃນ​ບັນ​ຫາ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕແລະ​ກຽດ​ສັກ​ສີ​ຂອງ​ຈີນ, ຈີ​ນ​ຕ້ອງ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຕົ້ນ​ຕໍ​ຂອງ​ຕົນ.ໃນ​ຖາ​ນະ​ເປັນ​ສອງ​ອົງ​ກອນ​ເສດ​ຖ​ະ​ກິດ​ໃຫຍ່ໃນ​ໂລກ,ຄວາມ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃນ​ທີ່​ສຸດຕ້ອງສົນ​ທະ​ນາ​ປຶກ​ສາ​ຫາ​ລື​ກັນ,
ຊອກຫາວິ​ທີ​ທີ່​ສອງ​ຝ່າຍ​ຍອມ​ຮັບ ຈຶ່ງຈະ​ແກ້​ໄຂ​ໄດ້.

ທ່ານ​ສີ​ຈິ້ິ້ນ​ຜິງ​ເນັ້ນ​ວ່າ, ຈີນ​ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​ປະ​ຕິ​ບັດ​ຕໍ່​ວິ​ສາ​ຫະ​ກິດ​ແລະ​ນັກ​ສຶກ​ສາ​ຂອງ​ຈີນ​ຢ່າງ​ຍຸດ​ຕິ​ທຳ, ຮັບ​ປະ​ກັນ​ໃຫ້​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ມີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ລົງ​ທຶນ​ຢ່າງ​ເປັນ​ປົກ​ກະ​ຕິ, ແລະ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​​ໄປ​ມາ​ຫາ​ສູ່​ກັນຢ່າງ​ເປັນ​ປົກ​ກະ​ຕິ.

ທ່ານ​ທ​ຣຳ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຫວັງ​ວ່າ​ຜ່ານ​ການ​ປຶກ​ສາ​ຫາ​ລື​ກັນ, ​ຈະ​ສາ​ມາດແກ້​ໄຂ​ຄວາມ​​ຂາດ​ດຸນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ເໝາະ​ສົມ, ​ຄວນປະ​ຕິ​ບັດ​ຕໍ່​ວິ​ສາ​ຫະ​ກິດ​ຂອງແຕ່​ລະ​ປະ​ເທດ​ຢ່າງ​ທ່ຽງ​ທຳ. ອາ​ເມ​ລິ​ກາ​ຈະ​ບໍ່​ເກັບ​ພາ​ສີ​ຕື່ມອີກ​ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ຈີນ​ສົ່ງ​ອອກ​ສູ່​ອາ​ເມ​ລິ​ກາ. ຫວັງ​ວ່າ​ຈີນ​ຈະເພີ່ມ​ທະ​ວີ​ການ​​ນຳ​ເຂົ້າສິນ​ຄ້າຈາກ​ອາ​ເມ​ລິ​ກາ. ອາ​ເມ​ລິ​ກາ​ເຫັນ​ດີ​ຮ່ວມ​ກັນ​ກັບ​ຈີນ​ລົງ​ນາ​ໃນ​ສັນ​ຍາ​ການ​ຄ້າ​ທີ່​ສອງ​ຝ່າຍຍອມ​ຮັບໄດ້, ນີ້​ຈະ​ມີ​ຄວາມໝາຍ​ປະ​ຫວັ​ດສາດ.

ປະ​ມຸກ​ລັດ​ທັງ​ສອງເຫັນ​ດີຈະ​ຈັດການ​ເຈ​ລະ​ຈາ​​ດ້ານ​ເສດ​ຖະ​ກິດ​ການ​ຄ້າຄືນ​ໃໝ່​ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ແລະ​ສະ​ເໝີ​ພາບກັນ.ອາ​ເມ​ຣິ​ກາ​ກ່າວ​ວ່າ​ຈະ​ບໍ່​​ຂຶ້ນ​ພາ​ສີ​​ຄັ້ງໃໝ່​ອີກຕໍ່​ຜະ​ລິດ​ຕະ​ພັນ​ຈີນ​ທີ່​ສົ່ງ​ອອກ​ອາ​ເມ​ຣິ​ກາ. ຄະ​ນະ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ສອງ​ປະ​ເທດ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ທີ່​ລະ​ອຽດ.

ທ່ານ​ໂດ​ໂນ ທ​ຣຳ​ກ່າວ​ວ່າ, ຈີນ​ມີ​ນັກ​ສຶກ​ສາ​ຜູ້​ດີ​ເດັ່ນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ຍິນ​ດີ​ຕ້ອນ​ຮັບ​ນັກ​ສຶກ​ສາ​ຈີນ​ໄປ​ຮຽນ​ຢູ່​ອາ​ເມ​ລິ​ກາ.

图片默认标题_fororder_2222

ໃນ​ການ​ພົບ​ປະ, ທ່ານ ສີ​ຈິ້ນ​ຜິງ ໄດ້​ຊີ້​ແຈງ​ຫຼັກ​ໝັ້ນ​ແລະ​ຫຼັກ​ການ​ຂອງ​ຈີນ​ໃນ​ບັນ​ຫາ​ໄຕ້​ຫວັນ. ທ່ານ ໂດ​ໂນ ທ​ຣຳ ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ໃຫ້​ຄວາ​ມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ຄວາມ​ກັງ​ວົນຂອງ​ຈີນ​ໃນ​ບັນ​ຫາ​ໄຕ້​ຫວັນ,ອາ​ເມ​ຣິ​ກາ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ.

ກ່ຽວ​ກັບ​ບັນ​ຫາ​ແຫຼມ​ເກົາ​ຫຼີ, ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ຈີນ​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ອາ​ເມ​ຣິ​ກາແລະ​ສ​ປ​ປ​ເກົາ​ຫຼີ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​​ໂດຍ​ຜ່ານ​ການ​ສົນ​ທະ​ນາ,ຫວັງ​ໃຫ້​ອາ​ເມ​ຣິ​ກາ​ແລະ​ສ​ປ​ປ​ເກົາ​ຫຼີ​​ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ,ຫັນ​ໜ້າ​ເຂົ້າ​ຫາ​ກັນ,ຈັດ​ການ​ສົນ​ທະ​ນາ​ຄືນ​ໃໝ່​ໂດຍ​ໄວ,ເພື່ອ​ສະ​ແຫວງ​ຫາ​ວິ​ທີ​ແກ້​ໄຂບັນ​ຫາ​ທີ່​​ຄ້າງ​ຄາຮ່ວມ​ກັນ. ຈີນ​ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ທາງ​ສ້າງ​ສັນ​ກ່ຽວ​ກັບ​ເລື່ອງ​ນີ້. ທ່ານ ໂດ​ໂນ ທ​ຣຳ ກ່າວ​ວ່າ:ອາ​ເມ​ຣິ​ກາ​ໃຫ້​ຄວາມ​ສຳ​ຄັນ​​ຢ່າງ​ສູງຕໍ່​ບົດ​ບາດ​​ສຳ​ຄັນ​ຂອງ​ຈີນ​ໃນ​ບັນ​ຫາ​ແຫຼມ​ເກົາ​ຫຼີ,ຍິນ​ດີ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ປະ​ສານ​ງານ​ກັບ​ຈີນ.

ຄຳ​ເຫັນ

0