尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ

2019-06-29 11:51:03 cri

图片默认标题_fororder_deguo

ວັນ​ທີ 28 ມິ​ຖຸ​ນາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານນາງ ແອງ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຢູ່​ໂອ​ສະ​ກາ​ຍີ່​ປຸ່ນ. ທ່ານ ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ: ການ​ຮັກ​ສາ​ທິດ​​ທາງ​ລວມແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ເຢຍ​ລະ​ມັນ​ຢ່າງ​​ໝັ້ນໜຽວ​ບໍ່​ປ່ຽນ​ແປງ​ແມ່ນ​ຄວາມ​ຮັບ​ຮູ້​ຂັ້ນ​ພື້ນ​ຖານ​ລະ​ຫວ່າງ​ລັດ​ຖະ​ບານ​ແລະ​ວົງ​ການ​ຕ່າງໆ​ທາງ​ສັງ​ຄົມ​ຂອງ​ສອງ​ປະ​ເທດ. ສອງ​ປະ​ເທດ​ສາ​ມາດ​ສືບ​ຕໍ່​ເປັນ​ຄູ່​ຮ່ວມ​ມື​ທີ່​ສາ​ມາດ​ສົນ​ທະ​ນາ​ກັນ​ຢ່າງ​ສະ​ເໝີ​ພາບ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັ​ນ​ໄດ້.ພວກ​ຂ້າ​ພະ​ເຈົ້າ​ຊົມ​ເຊີຍ​ວິ​ສາ​ຫະ​ກິດ​ເຢຍລະ​ມັນ​ຖື​ຈີນ​ເປັນ​ຄູ່​ຮ່ວມ​ການ​ຄ້າ​ທີ່​ໜ້າ​ໄວ້​​ໃຈ,ເພີ່ມ​ການ​ລົງ​ທຶນ​ຕໍ່​ຈີນ.ຄຳ​ໝັ້ນ​ສັນ​ຍາ​ຂອງ​ຈີນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຈະ​ບໍ່​ເປັນ​ຄຳ​ເວົ້າ​ທີ່​ເວົ້າໄປ​ລ້າໆ​ເທົ່າ​ນັ້ນຢ່າງ​ເດັດ​ຂາດ,​ແລະຊົມ​ເຊີຍ​ວິ​ສາ​ຫະ​ກິດ​ເຢຍ​ລະ​ມັນ​ສືບ​ຕໍ່​ລົງ​ທຶນ​ຢູ່​ຕະຫຼາ​ດ​ຈີນ.

ຄຳ​ເຫັນ

0