尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ​: ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ຜູ້​ນຳ 3 ປະ​ເທດ​ຈີນ,ຣັດ​ເຊຍ​ແລະ​ອິນ​ເດຍ​ໄດ້​ເພີ່ມ​ພະ​ລັງ​ແຮງ​ທາງບວກເຂົ້າ​ໃນ​ສະ​ຖາ​ນະ​ການ​ສາ​ກົນ​ທີ່​ມີ​ຄວາມ​ບໍ່​ແນ່ນອນ​ໃນ​ປັດ​ຈຸ​ບັນ

2019-06-29 11:46:41 cri

图片默认标题_fororder_zhongyine

ວັນ​ທີ 28 ມິ​ຖຸ​ນາ​ນີ້ ຢູ່​ສູນ​ຂ່າວ​ຂອງ​ຄະ​ນ​ະ​ຜູ້​ແທນ​ຈີນ​ທີ່​ໂອ​ສະ​ກາ, ທ່ານ ຫວູ​ຈ່ຽງ​ຮ້າວ ຫົວ​ໜ້າ​​ກົມອາ​ຊີ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແນະ​ນຳ​ໃຫ້​ຮູ້​ສະ​ພາບ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ຜູ້​ນຳ​ຈີນ,ຣັດ​ເຊຍ​ແລະ​ອິນ​ເດຍ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ. ໃນ​ການ​ພົບ​ປະ,​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຮ່ວມ​ກັບ​ທ່ານ ວາ​ລະ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ແລະ​ທ່ານ ນາ​ເຣັນ​ດ​ຣາ ໂມ​ດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ,ບັນ​ຫາ​ພາກ​ພື້ນ​ທີ່​ສຳ​ຄັນ​​ກໍ​ຄື​ການ​ຮ່ວມ​ມື​ລະ​ຫວ່າງ​ສາມ​ຝ່າຍ. ໂດຍ​ໄດ້​ກ່າວ​ຢ້ຳ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ສາມ​ຝ່າຍ,ເປີດກວ້າງ​ຂົງ​ເຂດ​ຮ່ວມ​ມືໃຫ້​ກວ້າງ​ຂວາງ​ແລະ​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ​ບົນ​ພື້ນ​ຖານ​ໃນ​ປັດ​ຈຸ​ບັນ. ສາມ​ປະ​ເທດ​ຍັງ​ໄດ້​ສົ່ງ​ສຽງ​ທີ່​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ທີ່​ສຳ​ຄັນ​ຈຳ​ນວນ​ໜຶ່ງ,ເພື່ອ​ເພີ່ມ​​ພະ​ລັງ​ແຮງ​ທາງບວກແລະ​ຄວາມ​ໝັ້ນ​ຄົງ​ເຂົ້າ​ໃນ​ສະ​ຖາ​ນະ​ການ​ສາ​ກົນ​ທີ່​ມີ​ຄວາ​ມ​ບໍ່​ແນ່ນອນ​ແລະ​ຄວາມ​ບໍ່​ໝັ້ນ​ຄົງ​ໃນ​ປັ​ດ​ຈຸ​ບັນ.

ຄຳ​ເຫັນ

0