黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່​ມວນ​ຊົນ​ຍີ່ປຸ່ນ​ເປີດ​ເຜີຍຫຼັກຖານ​ການ​ນຳ​ໃຊ້​ອາຍ​ພິດ​ຂອງ​ກອງ​ທັບຍີ່ປຸ່ນ​ທີ່​ຮຸກ​ຮານ​ຈີນ​

2019-07-09 15:21:44 CRI

ສື່​ມວນ​ຊົນ​ຍີ່ປຸ່ນ​ເປີດ​ເຜີຍຫຼັກຖານ​ການ​ນຳ​ໃຊ້​ອາຍ​ພິດ​ຂອງ​ກອງ​ທັບຍີ່ປຸ່ນ​ທີ່​ຮຸກ​ຮານ​ຈີນ​

ຂ່າວສານກຽວ​ໂດ​ຍີ່ປຸ່ນ​ລາຍ​ງານ​ໃນກາງຄືນ​ວັນ​ທີ 7 ກໍລະກົດ​ນີ້ວ່າ ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ມັດຊູ​ໂນະ ນັກຄົ້ນຄວ້າ​ປະຫວັດສາດ​ຍີ່ປຸ່ນ​ໄດ້​ພົບ “ບັນທຶກການ​ສູ້​ຮົບ​ທີ່​ລະອຽດ” ທີ່​ໄດ້​ບັນທຶກ​ສະພາບ​ການ​ນຳ​ໃຊ້​ລະ​ເບີດ​ອາຍ​ພິດ​ຢູ່​ສະໜາມຮົບ​ໃນ​ເວລາ​ຮຸກ​ຮານ​ຈີນ​ຂອງ​ກອງທັບ​ຍີ່ປຸ່ນ​ສະບັບ​ໜຶ່ງ.

ທ່ານ​ມັດ​ຊູ​ໂນະ ກ່າວ​ວ່າ: ນີ້​ເປັນຄັ້ງທຳ​ອິດ​ທີ່​ພົບ​ເອກະສານ​​ຂອງໜ່ວຍ​ຮົບ​ອາຍ​ພິດ​​ໃນ​ກອງທັບຍີ່ປຸ່ນທີ່ບັນທຶກຂໍ້​ມູນທີ່​ກ່ຽວຂ້ອງ ​ເຊັ່ນ: ​ການ​ນຳ​ໃຊ້​ລະ​ເບີດ​ອາຍ​ພິດທີ່​ເຮັດ​ໃຫ້​ຜິວໜັງ​ເປື່ອຍ​ ​ເຊິ່ງ​ເປັນຫຼັກຖານ​ທີ່​ໜາ​ແໜ້ນ​ກ່ຽວ​ກັບ​ກອງທັບ​ຍີ່ປຸ່ນ​​ໄດ້​ນຳ​ໃຊ້​ລະ​ເບີດ​ອາຍ​ພິດ​ໃນ​ສົງຄາມ​ຮຸກ​ຮານ​ຈີນ. ຂະນະ​ທີ່​ສະພາບ​ຄວາມ​ເປັນ​ຈິງ​ໃນ​ສະໜາມຮົບ​ຂອງ​ສົງຄາມ​ຮຸກ​ຮານ​ຈີນທີ່​ສາມາດ​ຄົ້ນພົບ​ຢ່າງ​ຈະ​ແຈ້ງ​ແລ້ວນັ້ນ ມີ​ພຽງ​ແຕ່​ສ້ຽວ​ໜຶ່ງເທົ່າ​ນັ້ນ, ມີ​ຄວາມ​ຈຳ​ເປັນ​ຈະ​ຕ້ອງສືບ​ຫາ​ຄວາມ​ເປັນ​ຈິງ ​ແລະ ຖອດ​ຖອນ​ບົດຮຽນ​ດ້ານ​ລົບ ​ເພື່ອ​ບໍ່​ໃຫ້​ປະຫວັດສາດ​ແຫ່ງ​ໂສກ​ນາດຕະກຳ​ຊ້ຳ​ຮອຍ​ເກົ່າ​ອີກ.

ຮູບ​ຖ່າຍ “ບັນທຶກ​ການ​ສູ້​ຮົບ​ທີ່​ລະອຽດ” ຂອງ​ທ່ານ​ມັດ​ຊູ​ໂນະ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ເດືອນ​ກໍລະກົດ​ປີ 1939, ກອງພັນ​ປືນ​ຄົກທີ 5 ຂອງ​ໜ່ວຍ​ຮົບອາຍ​ພິດ​ໃນ​ກອງທັບຍີ່ປຸ່ນ​ໄດ້​ຍິງ​ “ລູກປືນ​ໃຫຍ່​ສີ​ແດງ” ທີ່​ສາມາດທຳລາຍ​ລະບົບ​ຫາຍ​ໃຈ​ຝືດ​ຮຸນ​ແຮງ 231 ລູກ​ ​ແລະ “ລູກປືນ​ໃຫຍ່​ສີ​ເຫຼືອງ" ທີ່​ສາມາດ​ຊຶມ​ກັດ​ແລະ​ເຮັດ​ໃຫ້​ຜິວໜັງ​ເປື່ອຍ 48 ລູກໃສ່​ກອງທັບ​ຈີນ ​ໃນ​​ເວລາ​ສູ້​ຮົບຢູ່​ເຂດ​ພູ​​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ແຂວງ​ຊ່ານ​ຊີ່​ຈີນ.

ຄຳ​ເຫັນ

0