李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ລາຍ​ງານ​ຂອງ​ທະ​ນາ​ຄານ​ໂລກ​ຍ້ອງ​ຍໍ​ລົດ​ໄຟ​ຄວາມ​ໄວ​ສູ​ງ​ຂອງ​ຈີນ

2019-07-09 10:19:34 cri

    ວັນ​ທີ 8 ກໍ​ລະ​ກົດ​ນີ້, ທະ​ນາ​ຄານ​ໂລກ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານການ​ຄົ້ນ​ຄວ້າ ໂດຍ​ເຫັນ​ວ່າ: ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​​ຄວນຖອດ​ຖອນ​​ເອົາ​ເປັນ​ບົດ​ຮຽນສຳ​ລັບ​ປະ​ເທດ​ອື່ນໆ.

    ມື້​ດຽວ​ກັນ, ທະ​ນາ​ຄານ​ໂລກ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ເລື່ອງ “ການ​ພັດ​ທະ​ນາ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ” ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ແຜນ​ການ​ໄລ​ຍະ​ຍາວ​ແລະ​ຮອບ​ດ້ານ ພ້ອ​ມ​ດ້ວຍ​ການ​ອອກ​ແບບ​ຕາມ​ມາດ​ຕະ​ຖານ ແມ່ນ​ປັດ​ໄ​ຈ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນໃຫ້​ສຳ​ເລັດ​ຜົນ. ບົດ​ລາຍ​ງານ​ເຫັນ​ວ່າ, “ແຜນ​ການ​​ຕາ​ໜ່າງ​ທາງ​ລົດ​ໄຟ​ໄລ​ຍະ​ກາງ​ແລະຍາວ” ຂອງ​ຈີນ​ເປັນ​ການຕອບ​ສະ​ໜອງ​ໂຄງ​ສ້າງໃຫ້​ແກ່​ການ​ພັດ​ທະ​ນາ​ລະ​ບົບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຢ່າງ​ຈະ​ແຈ້ງ​. ​ໃນຂະ​ນະ​ດຽວ​ກັນ, ໂດຍ​ອາ​ໄສ​ການ​ອອກ​ແບບ​ແລະ​ຂັ້ນ​ຕອນ​ທີ່​ໄດ້​ຕາມ​ມາດ​ຕະ​ຖານ, ຕົ້ນ​ທຶນ​ຂອງ​ຈີນ​ໃນ​ການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ແມ່ນ​ປະ​ມານ 2/3 ຂອງ​ປະ​ເທດ​ອື່ນໆ.

    ບົດ​ລາຍ​ງານ​ຂອງ​ທະ​ນາ​ຄານ​ໂລກ​ຍັງ​ເຫັນ​ວ່າ: ເມື່ອ​ທຽບ​ໃສ່​ລົດ​ຍົນ​ແລະ​ການ​ບິນ​​ພົນ​ລະ​ເຮືອນ​ແລ້ວ​ເຫັນ​ວ່າ, ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ ມີ​ທ່າ​ແຮງ​ດ້ານ​ການ​ແຂ່ງ​ຂັນ​ພາຍ​ໃນ​ໄລ​ຍະ​​ທາງ 1.200 ກິ​ໂລ​ແມັດ ເຊິ່ງ​ລາ​ຄາ​ປີ້​ລົດ​​ມີ​ພຽງ​ແຕ່ 1/4 ຂອງ​ລາ​ຄາ​ພື້ນ​ຖານ​ຂອງ​ປະ​ເທດ​ອື່ນໆ, ເຮັດ​ໃຫ້​ລົດ​ໄຟ​ຄວາມ​ໄວ​ສູງ​ສາ​ມາດ​ດຶງ​ດູງ​ຜູ້​ໂດຍ​ສານ​ທີ່​ມີ​ລາຍ​ຮັບ​ທຸກ​ລະ​ດັບ​ໄດ້.

ຄຳ​ເຫັນ

0