黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ທ​ຣຳ ກ່າວ​ວ່າ​ຈະ​ບໍ່​ພົວ​ພັນ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອັງ​ກິດ​ປະ​ຈຳ​ອາ​ເມ​ຣິ​ກາ​ອີກ

2019-07-09 15:45:13 cri

ພາຍ​ຫຼັງ​ເອກ​ກະ​ສານ​ຕຳ​ນິ​ຕິ​ຕຽນ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຂອງ​ທ່ານ​ຄິມ ດາ​ຣອກ ເອກ​ອັກ​​ຄະ​ລັດ​ຖະ​ທູດ​ອັງ​ກິດ​ປະ​ຈຳ​ອາ​ເມ​ຣິ​ກາ​ຫຼາຍ​ສະ​ບັບ​ຖືກ​ເປີດ​ເຜີຍ​ແລ້ວ, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່າວ​​ໃນ​ວັນ​ທີ 8 ກໍ​ລະ​ກົດ​ນີ້​ວ່າ​ຈະ​ບໍ່​ພົວ​ພັນ​ກັບ​ທ່ານ​ດາ​ຣອກ​ອີກ.

ວັນ​ທີ 8 ກໍ​ລະ​ກົດ​ນີ້, ທ່ານ​ທ​ຣຳ​ກ່າວ​ໃນ​ສື່​ສັງ​ຄົມ​ອອກ​​ລາຍ​ວ່າ: ຕົນ​ເອງ​ບໍ່​ຮູ້​ຈັກ​ກັບທູດ​ທ່ານ​ນີ້, ທ່ານ​ດາ​​ຣອກ​ເປັນ​ທີ່​ບໍ່​ຍອມ​ຮັບ​ພາຍ​ໃນອາ​ເມ​ຣິ​ກາ, ອາ​ເມ​ຣິ​ກາ​ຈະ​ບໍ່​ພົວ​ພັນ​ກັບ​ທ່ານ​ດາ​ຣອກ​ອີກ. ຂະ​ນະ​ດຽວ​ກັນ​ທ່ານ​ທ​ຣຳ​ໄດ້ຕຳ​ນິ​ຕິ​ຕຽນ​ນະ​ໂຍ​ບາຍ “ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ” ຂອງ​ທ່ານ​ນາງ​ເທ​ເຣຊາ ​ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ, ແລະ​ກ່າວ​ວ່າ​ທ່ານ​ນາງ ເທ​ເຣຊາ ​ເມ​ບໍ່​ໄດ້​ຮັບ​ຟັງ​ຂໍ້​ສະ​ເໜີ​ຂອງ​ຕົນ.

ວັນ​ທີ 7 ກໍ​ລະ​ກົດ​ນີ້, ສື່ມວນ​ຊົນ​ອັງ​ກິດ​ໄດ້​ລົງ​ພິມ​ບົດ​ບັນ​ທຶກ​ຊ່ວຍຈຳ​ແລະ​ໂທ​ລະ​ເລກ​ຫຼາຍ​ສະ​ບັບ​ທີ່​ທ່ານ​ດາ​ຣອກ​ສົ່ງ​ໄປ​​ໃຫ້ລັດ​ຖະ​ບານ​ອັງ​ກິດ, ໃນ​ເອກ​ກະ​ສານ​ດັ່ງ​ກ່າວ​ທ່ານ​ດາ​ຣ​ອກ​ກ່າວ​ວ່າ​ລັດ​ຖະ​ບານ​ທ​ຣຳ “​ບໍ​ລິ​ຫານ​ບໍ່​ປົກ​ກະ​ຕິ”, “ຄາດ​ຄະ​ເນ​ຍາກ” ແລະ “ມີ​ຄວາມ​ສາ​ມາດ​ບໍ່​ພຽງ​ພໍ”

ທ່ານ​ດາ​ຣອກ​ດຳ​ລົງ​ຕຳ​ແໜ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອັງ​ກິດ​ປະ​ຈຳ​ອາ​ເມ​ຣິ​ກາ​ເມື່ອ​ເດືອນ​ມັງ​ກອນ​ປີ 2016. ກ່ອນ​ໜ້າ​ນີ້, ທ່ານ​ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ທີ່​ປຶກ​ສາ​ຄວາມ​​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ແລະ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ອັງ​ກິດ​ປະ​ຈຳ​ສະ​ຫະ​ພາບ​ເອີ​ລົບ.

ຄຳ​ເຫັນ

0