吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ອີຣານ​ເກີດ​ແຜ່ນດິນ​ໄຫ​ວ 5,7 ລິກ​ເຕີ ​ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີວິດ 1 ຄົນ ​ແລະ​ບາດ​ເຈັບ 24 ຄົນ

2019-07-09 16:52:22 CRI

ວັນ​ທີ 8 ກໍລະກົດ​ນີ້, ຢູ່​ແຂວງຄູ​ເຊ​ສຖານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ອີຣານ​ໄດ້​ເກີດ​ແຜ່ນດິນ​​ໄຫວ​ 5,7 ລິກ​ເຕີ ​ເຮັດ​ໃຫ້​ຢ່າງ​ໜ້ອຍມີ​ຜູ້​ເສຍ​ຊີວິດ 1 ຄົນ ​ແລະ​ຜູ້​ບາດ​ເຈັບ 24 ຄົນ.

ສູນ​ແຜ່​ນດິນ​ໄຫວ​ອີຣານ​ໄດ້​ແຈ້ງວ່າ: ​ແຜ່ນດິນ​ໄຫວ​​ເທື່ອ​ນີ້​ແມ່ນ​ນອນ​ຢູ່​ເສັ້ນ​ແວງຕາ​ເວັນອອກ 45,762 ອົງສາ ​ແລະ​ເສັ້ນ​ຂະ​ໜານ​ເໜືອ 34,847 ອົງສາ, ຈຸດ​​ໃຈ​ກາງ​​ແຜ່ນດິນ​ໄຫວ​ເລິກ​ລົງ​ໃຕ້​ດິນ 17 ກິ​ໂລ​ແມັດ.

ສື່​ມວນ​ຊົນ​ທ້ອງ​ຖິ່ນ​ໄດ້​ລາຍ​ງານ​ວ່າ: ​ເຮືອນ ​ແລະ​ເສັ້ນທາງ​ຈຳນວນ​ໜຶ່ງ​ໃນ​ເຂດ​ປະສົບ​ໄພ​ໄດ້​ຮັບຜົນ​ເສຍ​ຫາຍ, ພະລັງງານ​ໄຟຟ້າ, ນ້ຳປະປາ ​ແລະລະບົບ​ຄົມມະນາຄົມ​ກໍ​ໄດ້​ຮັບ​ຜົນກະທົບ. ລັດຖະບານ​ອີຣານ​ໄດ້​ສົ່ງໜ່ວຍ​ງານ​ຊ່ວຍ​ເຫຼືອ​ເຂົ້າ​​ໄປ​ເຂດ​ປະສົບ​ໄພ​ແລ້ວ.

 

ຄຳ​ເຫັນ

0