蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດ​ສະ​ມາ​ຊິກ​ສະ​ພາ​ມົນ​ຕີ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ຮຽກ​ຮ້ອງ​ໃຫ້​ປົກ​ປ້ອງ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ

2019-07-11 16:49:48 CRI

ວັນ​ທີ 10 ກໍ​ລະ​ກົດ​ນີ້, ສະ​ພາ​ມົນ​ຕີ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ໄດ້​ຈັດ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຢູ່​ນະ​ຄອນ​ຫຼວງວຽນ ປະ​ເທດ​ໂອດ​ຣິ​ສ ເພື່ອ​ທົບ​ທວນ​ພິ​ຈາ​ລະ​ນາ​ບັນ​ຫາ​ທີ່​ກ່​ຽວ​ຂ້ອງ​ກັບ​ອີ​ຣານ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ ໂດຍ​ມີ​ຜູ້​​ຕາງ​ໜ້າ​ປະ​ເທດ​ສະ​ມາ​ຊິກສະ​ພາ​ມົນ​ຕີ 35 ປະ​ເທດ ເຊັ່ນ: ຈີນ, ອາ​ເມ​ຣິ​ກາ, ຣັດ​ເຊຍ, ອັງ​ກິດ, ຝ​ຣັ່ງ ແລະ ເຢຍ​ລະ​ມັນ​ເປັນ​ຕົ້ນ​ໄດ້​ເຂົ້​າ​ຮ່ວມກອ​ງ​ປະ​ຊຸມ, ຜູ້​​ຕາງ​ໜ້າ​ຈາ​ກ​ອີ​ຣານ ແລະ ສະ​ຫະ​ພາບ​ເອີ​ຣົບເປັນ​ຕົ້ນ​ກໍ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ. ທ່ານ​ຟູ້​ຊົງ ຫົວ​ໜ້າ​ກົມ​ຄວບ​ຄຸມ​ກຳ​ລັງ​ຮົບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ນຳ​ພາ​ຄະ​ນະ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ຕາມ​ຄຳ​ຮຽ​ກ​ຮ້ອງ​ຂອງ​ອາ​ເມ​ຣິ​ກາ. ປະ​ເທດ​ສະ​ມາ​ຊິກ​ສະ​ພາ​ມົນ​ຕີ​ສ່ວນຫຼາຍ​ລ້ວນ​ແຕ່​ມີ​ເຈດ​ຈຳ​ນົງ​ໃຫ້​ປົກ​ປ້ອງ​ສັນ​ຍາ​ຮອບ​ດ້ານ ແລະ ສະ​ແດງ​ຄວາມ​ເສຍ​ດາຍ​​ທີ່​ອາ​ເມ​ຣິ​ກາ​ຖອນ​ຕົວ​ອອກ​ຈາກ​ສັນ​ຍາ ແລະ ໃຊ້​ຄວາມ​ກົດ​ດັນ​ໃນ​ລະ​ດັບ​ສູງ​ສຸດ​ຕໍ່​ອີ​ຣານ. ຂະ​ນະ​ດຽວ​ກັນ, ກໍ​ຮຽກ​ຮ້ອງ​ໃຫ້​ອີ​ຣານ​ຈົ່ງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ຮອບ​ດ້ານ ແລະ ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ທາ​ງ​ການ​ທູດ​ຂອງ​ປະ​ເທດ​ພາ​ຄີ​ສັນ​ຍາ​ຮອບ​ດ້ານ​ໃນ​ການ​ປົກ​ປ້ອງ​ສັນ​ຍາ​ດັ່ງ​ກ່າວ.

ທ່ານ​ຟູ້​ຊົງ​ກ່າວ​ວ່າ, ​ກົກ​ເຫງົ້າ​ຂອງ​ບັນ​ຫາ​ທີ່​ພາ​ໃຫ້​ເກີດ​ວິ​ກິດ​ການ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໃນ​ປັດ​ຈຸ​ບັນ​ແມ່ນ​ຍ້ອນ​ອາ​ເມ​ຣິ​ກາ​ໄດ້​ໃຊ້​ຄວາມ​ກົດ​ດັນ​ໃນ​ລະ​ດັບ​ສູງ​ສຸດ​ຕໍ່​ອີ​ຣານ. ອີ​ຣານ​ໄດ້ຫຼຸດ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ປະ​ຕິ​ບັດ​ຕາມ​ສັນ​ຍາ ເຊິ່ງ​ເປັນ​ເລື່ອງ​ທີ່​ໜ້າ​ເສຍ​ດາຍ, ແຕ່​ບໍ່​ໄດ້​ສ້າງ​ຄວາມ​ສ່ຽງ​ທີ່​ເປັນ​ການ​ແຜ່​ຜາຍ​ນິວ​ເຄຼຍ​ໃນ​ຄວາມ​ເປັນ​ຈິງ, ບໍ່​ໄດ້​ລະ​ເມີດ​ພັນ​ທະ​ຕາມ​ສັ​ນ​ຍາ​ຮັບ​ປະ​ກັນ​ແລະ​ຕິດ​ຕາມ​ກວດ​ກາ, ມາດ​ຕະ​ການ​ຂອງ​ອີ​ຣານ​ລ້ວນ​ແຕ່​ສາ​ມາດ​ພິ​ກ​ກັບ​ໄດ້. ສະ​ພາ​ມົນ​ຕີ​ຄວນ​​ຫາ​ວິ​ທີ​ທາງແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ຢ່າງ​ພາ​ວະ​ວິ​ໄສ ແລະ ທ່ຽງ​ທຳ, ຮຽກ​ຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽ​ວ​ຂ້ອງ​ປະ​ລະ​ການ​ກະ​ທຳ​​ທີ່ຜິດ​ພາດ ເຊັ່ນ: ໃຊ້​ຄວາມ​ກົດ​ດັນ​ເຖິງ​ລະ​ດັບ​ສູງ​ສຸດ ເປັນ​ຕົ້ນ ເພື່ອຫຼີກ​ເວັ້ນ​ບໍ່​ໃຫ້​ເກີດ​ວິ​ກິດ​ການ​ໃຫຍ່ກວ່າ​ເກົ່າ.

ຄຳ​ເຫັນ

0