覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທເປີດ​ເຜີຍ​ລາຍ​ຊື່​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ຢ່າງ​ເປັນ​ທາງ​ການ

2019-07-11 14:39:27 cri

ສົມ​ເດັດ ມະ​ຫາ ວ​ະ​ຊິ​ຣາ​ລົງ​ກອນ ເຈົ້າ​ຊີ​ວິດ​ລາ​ຊະ​ອາ​ນາ​ຈັກ​ໄທ​ໄດ້​ມີ​ພະ​ລາ​ຊະ​ໂອງ​ການ​ອະ​ນຸ​ມັດ​ແຕ່ງ​ຕັ້ງຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ໄທ​ ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້. ຖື​ວ່າ ລັດ​ຖະ​ບານ​ຊຸດ​ໃໝ່​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ໄທ​.
 

ບັນ​ຊີ​ລາ​ຍ​ຊື່​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ປະ​ກອບ​ມີ 36 ​ທ່ານ, ໃນ​ນີ້, ທ່ານ​ປ​ຣະ​​ຢຸດ​ຈັນ​ໂອ​ຊາ ດຳ​ລົງ​ຕຳ​ແ​ໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີກ​ສະ​ໄໝ​ໜຶ່ງ, ທ່ານ​ປ​ຣະ​ວິດ ວົງ​ສຸ​ວັນ, ທ່ານ​ສົມ​ຄິດ ຈະ​ຕຸ​​ສີພິ​ທັກ ແລະ​ທ່ານ​​ວິ​ສະ​ນຸ ​ເຄືອ​ງາມ ທີ່​ເປັນ​ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ຄື​ເກົ່າ. ແຕ່​ວ່າ ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທີ່​ແຕ່​ເດີມ​ແມ່ນ​ທ່ານ​ປ​ຣະ​ວິດ ວົງ​ສຸ​ວັນ ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ດຳ​ລົງ​ຕຳ​ແໜ່ງ​ນັ້ນ ແມ່ນ​ໃຫ້​ທ່ານ​ປ​ຣະ​ຢຸດ​ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ດຳ​ລົງຕຳ​ແໜ່ງ​ແທນ.
 

 ທ່ານ​ສຸ​ຣິນ ລັກ​​ສະ​ນະ​ວິ​ສິດ ​ຫົວ​ໜ້າ​ພັກ​ປະ​ຊາ​ທິ​ປັດ​ດຳ​ລົງ​ຕຳ​ແໜ່ງ​ເປັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ.  ທ່ານ​ອະ​ນຸ​ທິນ ​ຊານ ວິ​ຣະ​ກຸນ ​ຫົວ​ໜ້າ​ພັກ​ພູມ​ໃຈ​ໄທ ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ທ່ານ ອຸດ​ຕະ​ມະ ​ສາ​ວະ​ນາ​ຍົນ ​ຫົວ​ໜ້າ​ພັກ​ພະ​ລັງ​ປະ​ຊາ​ລັດ, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ໄທ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ.


ສຳ​ລັບ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​​ຕ່າງ​ປະ​ເທດຕະຫຼອດ​ມາ​ໃນ​ກ່ອນ​ໜ້າ​ນີ້, ຍັງ​ແມ່ນ​ທ່ານ ດອນ ປ​ຣະ​​ມັດ​ວິ​ໄນ ດຳ​ລົງ​ຕຳ​ແໜ່ງ​ຄື​ເກົ່າ.

ຄຳ​ເຫັນ

0