ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 10 ກໍລະກົດນີ້, ຖ້ຽວບິນ MU7714 ທີ່ມີຜູ້ໂດຍສານເປັນນັກທ່ອງທ່ຽວ 155 ຄົນທີ່ບິນຈາກສະໜາມບິນສາກົນສຸວັນນະພູມນະຄອນຫຼວງບາງກອກໄດ້ລົງຈອດຢູ່ສະໜາມບິນອູທາຍຊານເມືອງຢີໂຈ່ວແຂວງຊານຊີຈີນ ເຊິ່ງໝາຍຄວາມວ່າ ເປັນການເປີດເສັ້ນທາງການບິນສາກົນໂດຍກົງລະຫວ່າງພູອູທາຍຊານຫານະຄອນຫຼວງບາງກອກຢ່າງເປັນທາງການ.
ເສັ້ນທາງການບິນດັ່ງກ່າວໄດ້ບິນທຸກວັນອັງຄານ, ວັນພະຫັດ ແລະ ວັນເສົາ. ຖ້ຽວໄປ MU 7713 ທີ່ບິນຈາກສະໜາມບິນອູທາຍຊານໃນເວລາ 23:55 ນາທີຕາມເວລາປັກກິ່ງ, ໄດ້ເດີນທາງເຖິງສະໜາມບິນສາກົນສຸວັນນະພູມນະຄອນຫຼວງບາງກອກໃນເວລາ 03:50 ຕາມເວລາທ້ອງຖິ່ນ. ສ່ວນຂາກັບແມ່ນຖ້ຽວບິນ MU 7714 ໄດ້ບິນຈາກສະໜາມບິນສາກົນສຸວັນນະພູມໃນເວລາ 04:50 ຕາມເວລາທອ້ງຖິ່ນ, ແລະ ເດີນທາງມາເຖິງສະໜາມບິນອູທາຍຊານໃນເວລາ 10:00 ຕາມເວລາປັກກິ່ງ, ໃຊ້ເວລາບິນ 4 ຊົ່ວໂມງ 10 ນາທີ.
ຄຳເຫັນ
0