李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄົນ​ເຂົ້າ​ອອກ​ເມືອງດ່ານ​ເຮີ​ໂຂ​ຈີນ-ຫວຽດ​ນາມ​ໃນ 6 ເດືອນ​ຕົ້ນ​ປີນີ້ຫຼາຍກວ່າ 3 ລ້ານ​ເທື່ອ​ຄົນ

2019-07-11 16:29:54 cri

    ວັນ​ທີ 10 ກໍ​ລະ​ກົດ​ນີ້, ສະ​ຖາ​ນີ​ກວດ​ຄົນ​ເຂົ້າ​ເມືອງ​ເຮີ​ໂຂ​ແຂວງ​ຢູນ​ນານ​ແຈ້ງ​ໃຫ້​ຊາບ​ວ່າ: ມາ​ຮອດ​ວັນ​ທີ 30 ມິ​ຖຸ​ນາ​ຜ່ານ​ມາ, ຄົນ​ເຂົ້າ​ອອກ​ເມືອງ​ດ່ານ​ເຮີ​ໂຂ​ຈີນ-ຫວ​ຽດ​ນາມ​ໃນ 6 ເດືອນ​ຕົ້ນ​ປີນີ້ ບັນ​ລຸຫຼາຍກວ່າ 3,06 ລ້ານ​ເທື່ອ​ຄົນ, ເພີ່​ມ​ຂຶ້ນ 12% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ໃນ​ນີ້, ຄົນ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ອອກ​ເມືອງ​ບັນ​ລຸ​ເຖິງ 2,46 ລ້ານ​ເທື່ອ​ຄົນ ເພີ່ມ​ຂຶ້ນ 14%, ນັກ​ທ່ອງ​ທ່ຽວ​ຊາຍ​ແດນ 120 ພັນ​ເທື່ອ​ຄົນ ເພີ່ມ​ຂຶ້ນ 16%. ຄາດ​ວ່າ​ໃນ​ໝົດ​ປີນີ້, ຄົນ​ເຂົ້າ​ອອກ​ເມືອງ​​ໃນ​ດ່ານນີ້​ອາດ​ຈະ​ບັນ​ລຸຫຼາຍກວ່າ 6 ລ້ານ​ເທື່ອ​ຄົນ ໂດຍ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ.

    ດ່ານ​ເຮີ​ໂຂ ຕັ້ງ​ຢູ່​ເມືອງ​ເຮີ​ໂຂ​ກິ່ງ​ແຂວງ​ຮົງ​​ເຮີ​ແຂວງ​ຢູ​ນ​ນານ, ຕິດ​ກັບ​ເມືອງ​ລາວ​​ກາຍ​ປະ​ເທດ​ຫວຽດ​ນາມ​ໂດຍ​ມີ​ແມ່​ນ້ຳ​ນານ​ຊີ່​ກັ້ນໄວ້, ແມ່ນ​ດ່ານ​ທີ່​ໃຫຍ່​ທີ່​ສຸດ​ຢູ່​​ຢູນ​ນານ​ໃນເຂດ​ຊາຍ​ແດນ​ຈີນ-ຫວຽດ​ນາມ, ຍັງ​ແມ່ນ​​ປະ​ຕູສຳ​ຄັນ​ໃນ​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ ແລະ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ຄຳ​ເຫັນ

0