黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມີ​ສອງ​ຄົນ​ຖືກ​ຈັບ​ໃນຄະດີ​ພົນລະ​ເມືອງ​ຈີນ​ເສຍ​ຊີວິດ​ຢູ່​ມາ​ເລ​ເຊຍ

2019-07-11 16:36:25 CRI

​ແຫຼ່ງຂ່າວຈາກ​ກົງສຸນ​ໃຫຍ່​ຈີນ​ປະຈຳ​ໂກ​ຕາ ກີ​ນາ​ບາ​ລູ ​ປະ​ເທດ​ມາ​ເລ​ເຊຍໃຫ້​ຮູ້​ໃນ​ວັນ​ທີ 10 ກໍລະກົດ​ນີ້​ວ່າ: ຄອບຄົວ​ຂອງ​ພົນລະ​ເມືອງ​ຈີນ​ສອງ​ຄົນທີ່​ເສຍ​ຊີວິດ​ຢູ່​ກູ​ລາ​ປວນ ລັດ​ຊາ​ບາ ປະ​ເທດ​ມາ​ເລ​ເຊຍ​ໃນ​ວັນ​ທີ 5 ກໍລະກົດ​ນີ້ ​ໄດ້​ເດີ​ນທາງ​ເຖິງ​ລັດ​ຊາ​ບາ​ແລ້ວ. ປັດຈຸບັນ, ຄະດີ​ດັ່ງກ່າວ​ພວມ​ສືບສວນ-ສອບ​ສວນ​ຢູ່, ຜູ້ບັນຊາ​ເຮືອ​ແລະ​​ແອດ​ເຮືອ​ຂອງ​ເຮືອ​ທ່ອງ​ທ່ຽວ​ທີ່​ບັນທຸກ​ຜູ້​ປະສົບ​ໄພ​ເສຍ​ຊີວິດ​ນັ້ນກໍ​ຖືກ​ກັກຕົວ​​ເພື່ອສອບ​ປາກຄຳ.

​ກົງສຸນ​ໃຫຍ່ຈີນ​ໃຫ້​ຮູ້​ຕື່ມ​ວ່າ: ສື່​ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ ​ໄດ້​ພົບສະ​ເກັດ​ລະ​ເບີດທີ່​ປະກອບ​ຂຶ້ນ​ເອງ​ຢູ່​ເຂດ​ທະ​ເ​ລ​ເກີດ​ເຫດ, ບວກ​ກັບ​ສະພາບ​ອື່ນໆ ​ເຊັ່ນ: ອຸປະກອນ​ດຳ​ນ້ຳຂອງ​ຜູ້ປະສົບ​ເຄາະ​ຮ້າ​ຍຖືກ​ທຳລາຍ​ຢ່າງ​ໜັກໜ່ວງ, ​ເຂດ​ບໍລິ​ເວນ​ອ້ອມ​​ແອ້ມ​ມີ​ປາ​ຕາຍ​ຈຳນວນຫຼວງຫຼາຍ, ຫາດປະ​ກາ​ລັງຢູ່​ພື້ນ​ທະ​ເລ​ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ ​ແລະ​ອື່ນໆ.

ກົງສຸນ​ໃຫຍ່ຈີນ​ໄດ້ປະສານ​ງານ​ກັບ​ສຳນັກງານ​ຕຳຫຼວດລັດ​ຊາ​ບາ ​ແລະ​ຫ້ອງການ​ຕຳຫຼວດ​ເມືອງ​ເຊມປໍ​ນາ ​ເພື່ອ​ຊອກ​ຮູ້​ຄວາມ​ຄືບ​ໜ້າ​ຂອງ​ຄະດີ​ດັ່ງກ່າວ ທັງ​ຮຽກຮ້ອງ​ໃຫ້​ເຈົ້າໜ້າ​ທີ່​ຕຳຫຼວດທ້ອງ​ຖິ່ນຈົ່ງສືບສວນຄະດີ​ໂດຍ​ໄວ ​ແລະ ​ເປີດ​ເຜີຍ​ຄວາມ​ເປັນ​ຈິງ​ຂອງ​ຄະດີ​ອີກ​ດ້ວຍ.

​ເວລາປະມານ 18:00 ​ໂມງ​ຂອງ​ວັນ​ທີ 5 ກໍລະກົດ​ນີ້, ພົນລະ​ເມືອງ​ຈີນ 2 ຄົນ ​ແລະ ຄູ​ຝຶກ​ດຳ​ນ້ຳ​ທ້ອງ​ຖິ່ນ​ຄົນ​ໜຶ່ງ ​ໄດ້​ປະສົບ​ເຄາະ​ຮ້າຍ​ເສ​ຍຊີວິດ​ໃນ​ຂະນະ​ທີ່​ດຳ​ນ້ຳ​ຢູ່​ເຂດ​ທະ​ເລ​ໃກ້​ເກາະ​ກູ​ລາ​ປວນ ລັດ​ຊາ​ບາ ປະ​ເທດ​ມາ​ເລ​ເຊຍ ​ໂດຍ​ສົງ​ໄສວ່າ​ຖືກ​​ແຮງລະ​ເບີດເພື່ອ​​ໃຊ້ຈັບ​ປາຢ່າງ​ຜິດ​ກົດໝາຍ​ຂອງ​ຄົນ​ຫາ​ປາ​ຢູ່​ບໍລິ​ເວນ​ໃກ້​ຄຽງ.

ຄຳ​ເຫັນ

0