覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອກ​ອັກ​ຄະ​ລັດ​ຖະ​ທູດ​ອັງ​ກິດ​ປະ​ຈຳ​ອາ​ເມ​ຣິ​ກາ​ປະ​ກາດ​ລາ​ອອກ​ຈາກ​ຕຳ​ແໜ່ງ

2019-07-11 16:10:42 cri

ຂ່າວ​ສານ​ຊິນ​ຮ​ວາ​ລາຍ​ງານ​ວ່າ: ວັນ​ທີ 10 ກໍລະ​ກົດ​ນີ້, ທ່ານ ຄິມ ດາ​ຣອກ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອັງ​ກິດ​ປະ​ຈຳ​ອາ​ເມ​ຣິ​ກາ​ໄດ້​ສົ່ງ​ໜັງ​ສືເຖິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ​ໂດຍ​ປະ​ກາດ​ລາ​ອອກ​ຈາກ​ຕຳ​ແໜ່ງດ້ວຍ​ເຫດ​ຜົນ​ທີ່​ເຫັນ​ວ່າ ຕົນ​ໄດ້​ຕຳ​ໜິ​ຕິ​ຕຽນ​ກ່ຽວ​ກັບ​ເລື່ອງ​ເອ​ກະ​ສານ​ລັບ​ຂອງ​ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຖືກ​​ເປີດເຜີຍ​ ເຊິ່ງ​ພາ​ໃຫ້​ເກີດ​ຫາງ​ສຽງວິ​ພາກວິ​ຈານ​ຕ່າງໆ​ນາໆ, ສະ​ນັ້ນ, ຕົນ​ຈຶ່ງ​ເຫັນ​ວ່າ​ບໍ່​ເປັນ​ການ​ເໝາະ​ສົມ​ທີ່​ຈະ​ດຳ​ລົງ​ຕຳ​ແໜ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຕໍ່​ໄປ​.
 

​ໃນ​ໜັງ​ສືຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ​ຄິມ​ດາ​ຣອກ​ທີ່ຕາມ​ກຳ​ນົດ​ຈະ​ສິ້ນ​ສຸດ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ໃນ​ທ້າຍ​ປີ​ນີ້​ໄດ້​ລະ​ບຸ​ວ່າ: ນັບ​ແຕ່​ເຫດ​ການ​ເຜີຍ​ແຜ່​ຄວາມ​ລັບ​ເກີດ​ຂຶ້ນ​ມາ​ນີ້,  ມີ​ສຽງ​​ວິ​ພາກວິ​ຈານ​ຢ່າງຫຼວງຫຼາຍ​​ເຖິງຈຸດ​ຢືນ​ຂອງ​ທ່ານ​ໃນ​ຖາ​ນະ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແລະ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ, ເຊິ່ງ​ເຮັດ​ໃຫ້​ຕົນ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​​ຕາມ​ໜ້າ​ທີ່​ໄດ້​ອີກ​ຕໍ່​ໄປ, ສະ​ນັ້ນ​ທ່ານ​ຈິ່ງ​​ຢາກໃຫ້​ການ​​ວິ​ພາກວິ​ຈານ​ຂອງ​ຝ່າຍ​ຕ່າງໆ​ຢຸດ​ຕິ​ລົງ​ດ້ວຍ​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ຕົນ.
 

 ທ່ານ​ນາງ ເທ​ເ​ຣຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ທີ່​ສຸດ​ຕໍ່​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ​ຣອກ, ນາງ​ກ່າວ​ວ່າ: ລັດ​ຖະ​ບານ​ຂອງ​ປະ​ເທດ​ໜຶ່ງ ຕ້ອງ​ການ​ເຈົ້າ​ໜ້າ​ທີ່​​ທີ່​ສາ​ມາດ​ໃຫ້​ຂໍ້​ມູນ​ຮອບ​ດ້ານ​ແລະ​ກົງ​ໄປ​ກົງ​ມາ, ອັງ​ກິດ​ຂໍ​​ສະ​ແດງ​ຄວາມຂອບ​ໃຈ​ນຳ​​ການ​ປະ​ຕິ​ບັດ​ໜ້າ​ທີ່ຂອງ​ທ່ານ​ຣອກ.

ຄຳ​ເຫັນ

0