黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກທິ​ການ​ສາ​ມາ​ເລ​ເຊຍ​ກ່າວ​ວ່າ: ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ສຶກ​ສາ​ດ້ານ​ເຕັກ​ນິກວິ​ຊາ​ຊີບ

2019-07-11 16:28:40 cri

ຕາມ​ຂ່າວ CRI: ວັນ​ທີ 9 ກໍ​ລະ​ກົດ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ມາ​ຊ​ລີ ມາ​ລິກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ມາ​ເລ​ເຊຍ​ກ່າວ​ວ່າ, ມ​າ​ເລ​ເຊຍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂງ​ເຂດ​​​ການ​ສຶກ​ສາຝຶກ​ອົ​ບ​ຮົມ​ດ້ານ​ເຕັກ​ນິກວິ​ຊາ​ຊີບຕື່ມ​ອີກ, ​ປະ​ກອບ​ສ່ວນ​ເຂົ້​າ​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໂດຍ​ຜ່ານ​ການ​ອົບ​ຮົມ​ບົ່ມ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ລະ​ດັບ​ສູງ​ຮ່ວມ​ກັນ.

    ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI, ທ່ານ​ມ​າ​ລິກ ກ່າວ​ວ່າ, ນອກ​ຈາກ​ຮຽນ​ຢູ່​ຫ້ອງ​ຮຽນ​ແລ້ວ, ໃຫ້​ນັກ​ຮຽນ​ເຂົ້າ​ຮ່ວມ​ການ​​ຝຶກອົບ​ຮົມ​ແລະ​ການ​ປະ​ດິ​ບັດ​ຕົວ​ຈິງ​ຫຼາຍກວ່າ​ເກົ່າ​ເຊິ່ງເປັນ​ທ່າ​ອ່ຽງ​ສຳ​ຄັນ​ດ້ານ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ດ້ານ​ເຕັກ​ນິກວິ​ຊາ​ຊີບ. ທ່ານ​ກ່າວ​ວ່າ, ປັດ​ຈຸ​ບັນ, ບໍ​ລິ​ສັດ​ຫົວ​ເຫວີຍ​​ຈີນໄດ້​ຮ່ວ​ມ​ມື​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ມາເລ​ເຊຍ 15 ແຫ່ງ, ​ເປັນ​ການສະ​ໜອງ​ໂອ​ກາດ​ການ​ຝຶກ​ອົບ​ຮົບ​ແລະ​ການ​ຝຶກ​ງານ​ແກ່​ນັກ​ສຶກ​ສາ​ມາ​ເລ​ເຊຍ​ໃນ​ຂົງ​ເຂດ​ຂໍ້​ມູນ​ຂ່າວ​ສາ​ນ​ແລະ​ເຕັກ​ນິກ​ການ​ສື່​ສານ​ໂທ​ລະ​ຄົມ. ທ່ານ​​ມາ​ລັກ ຫວັງ​ໃຫ້​ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສູງ​ຈີນ​ຊ່ວຍສະ​ໜອງ​​ໂອ​ກາດຄ້າຍ​ຄື​ກັນ​ໃຫ້​ແກ່​ນັກ​ສຶກ​ສາ​ມາ​ເລ​ເຊຍ​ຫຼາຍກວ່າ​ເກົ່າ. ທ່ານ​ເຫັນ​ວ່າ, ຜູ້​ມີ​ຄວາມ​ຮູ້​ແລະ​ຄວາມ​ສາ​ມາດຜ່ານ​ການ​ຝຶກ​ອົບ​ຮົມ​ດ້ວຍ​ວິ​ທີ​ດັ່ງ​ກ່າວ​ຈະ​ສາ​ມາດ​​ຕອບ​ສະ​ໜອງ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ​ທັງ​ສອງ​ປະ​ເທດ, ຊຸກ​ຍູ້​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບຜົນ​ປະ​ໂຫຍດ.

ຄຳ​ເຫັນ

0