李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ​ຈີນ-ລາວ​ຄັ້ງ​ທີ 8 ອັດ​ລົງ​ຢູ່​ເຊ້ຍ​ເມິນ

2019-07-11 16:41:08 cri

    ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ​ຈີນ-ລາວ​ຄັ້ງ​ທີ 8 ພາຍ​ໃຕ້​ຫົວ​ຂໍ້ “ກົດ​ເກນ​ແຫ່ງ​ການ​ສ້າງ​​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ຂອງ​ສອງ​ປະ​ເທດ​ຈີນ-ລາວ” ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ເຊ້ຍ​ເມິນ​ແຂວງ​ຟູ​ຈ້ຽນ​ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້.

    ທ່ານ ຈ່ຽງ​ຮຸ່ຍ ສະ​ມາ​ຊິກ​ໜ່ວຍ​ພັກ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຈີນ​ຍຸກ​ປັດ​ຈຸ​ບັນ ແລະ ທ່ານ ນາມ ວິ​ຍະ​ເກດ ກຳ​ມະ​ການ​ສູນ​ກາງ​ພັກ​ປະ​ຊາ​​ຊົນ​ປະ​ຕິ​ວັດ​ລາວ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ວິ​ທະ​ຍາ​ສາດ​ສັງ​ຄົມ​ແຫ່ງ​ຊາດ​ລາວ ​ໄດ້​ຕາງ​ໜ້າ​ແຕ່​ລະ​ຝ່າຍ​ກ່າວອັດ​ກອງ​ປະ​ຊຸມ. ສອງ​ຝ່າຍ​ກ່າວ​ວ່າ: ໃນ​ພຶດ​ຕິ​ກຳ​ແຫ່ງ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​, ສອງ​ພັກ​ສອງ​ລັດລ້ວນ​ແຕ່​ຍຶດ​ໝັ້ນ​ເອົາຫຼັກ​ມູນ​ພື້ນ​ຖານ​ຂອງ​ລັດ​ທິ​ມາກ​ປະ​ສານ​ສົມ​ທົບ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ​ແລະ​ຈຸດ​ພິ​ເສດ​ຂອງ​ຍຸກ​ສະ​ໄໝ, ​ເຊິ່ງໄດ້​ຮັບ​ຜົນ​​ສຳ​ເລັດ​ອັນ​ມະ​ຫາ​ສານ ແລະ​ໄດ້​ສະ​ສົມ​ບົດ​ຮຽນ​ອັນ​ລ້ຳ​ຄ່າ. ໃນ​ໄລ​ຍະ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກັນ​ໂດຍ​ປິ່ນ​ອ້ອມ​ກົດ​ເກນ​ແຫ່ງ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ, ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ໂດຍ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ອຸ​ດົມ​ສົມ​ບູນ.

ຄຳ​ເຫັນ

0