黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະຊຸມ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ​ອາ​ຊຽນຄັ້ງ 13 ຈັດ​ຂຶ້ນຢູ່​ບາງກອກ

2019-07-11 14:54:56 CRI

ກອງ​ປ​ະຊຸມລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນຄັ້ງທີ 13 ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 10-12 ກໍລະກົດ​ນີ້​ຢູ່​ນະຄອນຫຼວງບາງກອກ​ປະ​ເທດ​ໄທ ​ໂດຍ​ເນັ້ນຫົວ​ຂໍ້ “ຄວາມ​ໝັ້ນຄົງ​ທີ່ຍືນ​ຍົງ”, ທ່ານປຣະວິດ ວົງ​ສຸວັນ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ​ເປັນ​ປະທານ​ກອງ​ປະຊຸມ ​ແລະ ກ່າວ​ຄຳ​ປາ​ໄສ​ໃນ​ວັນ​ທີ 10 ​ເດືອນ​ດຽວ​ກັນ.

ກ່ອນ​ໜ້າ​ນີ້, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງນີ້​​ຖື​ເປັນ​ໂອກາດ​ທີ່​ດີ​ສຳລັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ ​ເຊິ່ງບັນດາ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ: ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ, ບັນຫາ​ຊາຍ​ແດນ, ການ​ຊ່ວຍ​ເຫຼືອດ້ານ​​ແພດ​ທະຫານ ​ແລະ​ອື່ນໆ. ນອກ​ນີ້, ຍັງ​ຈະ​ປຶກສາ​ຫາລື​ຫົວ​ຂໍ້​ຕ່າງໆ ​ເຊັ່ນ: ອາ​ຊຽນ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອົສຕຣາລີ, ນູ​ແວນ​ເຊ​ລັງ, ອິນ​ເດຍ, ຣັດ​ເຊຍ ​ແລະ ອາ​ເມຣິກາ ​ແລະຫົວຂໍ້​ອື່ນໆ. ​ໂຄສົກທ່ານ​ນີ້​ຍັງ​ເປີດ​ເຜີຍ​ວ່າ: ກອງ​ປະຊຸມລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນເປີດ​ກວ້າງ​​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້​ ​ເຊິ່ງຕົ້ນຕໍ​ຈະ​ປຶກສາ​ຫາລື​ຫົວ​ຂໍ້​ຕ່າງໆ ​ເຊັ່ນ: ການ​ເສີມ​ຂະຫຍາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການຫຼຸດຜ່ອນ​ໄພພິບັດ ​ແລະ ການຕ້ານການກໍ່​ການ​ຮ້າຍ.

ຄຳ​ເຫັນ

0