吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ລົງທຶນ​ຕ່າງ​ປະ​ເທດ​​ໃຫ້​ “​ຄວາມ​ເຊື່ອ​ໝັ້ນ”​ຕໍ່​ເສດ​ຖະ​ກິດ​ຈີນ

2019-07-12 16:46:56 cri

ຕາມ​ຂໍ້​ມູນ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ປະ​ກາດ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 6 ເດືອນ​ຕົ້ນ​ປີນີ້,​ການ​ລົງ​ທຶນ​ຂອງຕ່າງ​ປະ​ເທດ​ຕົວ​ຈິງ​ໃນ​ຈີນ​ບັນ​ລຸ 478.33 ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 7,2%. ​ພາຍ​ໃຕ້​ສະ​ພາບ​​ການ​​ໃນ​ປັດ​ຈຸ​ບັນ​ທີ່​ເສດ​ຖະ​ກິດ​ໂລກ​ມີ​ຄວາມ​ສ່ຽງ​ເພີ່ມ​ຂຶ້ນ​, ​ການ​ເຕີບ​ໂຕ​​ຂອງການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ໃນ​ໂລກ​​ຫຼື FDI ຫຼຸດ​ລົງນັ້ນ, ​ແຕ່​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​​ໃນ​ຈີນ​ພັດ​ສືບ​ຕໍ່​ເພີ່ມ​ຂຶ້ນ, ນີ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເປັນ​ຮູບ​ປະ​ທຳ​ວ່າ: ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫ້ “ຄວາມ​ເຊື່ອ​ໝັ້ນ” ຕໍ່ເສ​ດ​ຖະ​ກິດ​ຈີນ.

​ຍ້ອນຈີນ​ມີ​ຕະຫຼາດ​ການ​ບໍ​ລິ​ໂພກ​ທີ່​ມີ​ປະ​ຊາ​ກອນ 1,4 ຕື້​ຄົນ, ແລະ​ມີ​ກຸ່ມ​ຄົນ​ທີ່​ມີ​ລາຍ​ໄດ້​​ປານ​ກາງ​ຫຼາຍກວ່າ​ໝູ່, ໄດ້​ສ້າງ​ຜົນ​ກຳ​ໄລ​ຕົວ​ຈິງ​ໃຫ້​ແກ່​​ນັກ​ລົງທຶນ​ຕ່າງ​ປະ​ເທດ​​ຢູ່​ຈີນ. ໂດຍ​ຄຽງ​ຄູ່​ກັບ​ການ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ຈີນນັບ​ມື້​ນັບ​ເພີ່ມ​ຂຶ້ນ​, ການ​ລົງທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ຈີນກໍ່​ຈະ​ໄດ້​ຮັບ​ຜົນ​ກຳ​ໄລຫຼາຍກວ່າ​ເກົ່າ​ແນ່ນອນ.

​ໃນ​ເມື່ອທຶນ​ຕ່າງ​ປະ​ເທດ​​ໄດ້ໄຫຼ​ເຂົ້າ​ຈີນ​​ນັບ​ມື້ເພີ່ມ​ຂຶ້ນນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​​ໄດ້ດີ​ສົມ​ຄວນ, ​ແລະ​ມີອະ​ນາ​ຄົດ​​ສົດ​ໄສຢ່າງ​ຕໍ່​ເນື່ອງ. ໂດຍ​ເອົາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ເປັນ​ຕົວ​ຢ່າງ: ​ຕົ້ນ​ຕໍ​ຂອງ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ພວມ​ຂະ​ຫຍາຍ​ຈາກ​ອຸດ​ສາ​ຫະ​ກຳ​ການ​ປຸງ​ແຕ່ງ​ໄປ​ສູ່​ຂົງ​ເຂດ​ເຕັກ​ນິກ​ສູງ​ແລະ​ໃໝ່​ເຊັ່ນ​: ຄອມ​ພິວ​ເຕີ, ວົງ​ຈອນ​ໄຟ​ຟ້າລວມຫຼື( IC ) ແລະ​ການ​ຜະ​ລິດ​​ແບບ​ອັດ​ສະ​ລີ​ຍະຫຼື(IM).

ເຖິງ​ວ່າປັດຈຸບັນ​ເສດຖະກິດ​ໂລກາ​ພິວັດ​ໄດ້​ຜະ​ເຊີນກັບ​ສິ່ງ​ທ້າ​ທາຍ, ​ແຕ່​ຈີນ​ຍັງ​ເດັດດ່ຽວ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ປັບປຸງ​ສະພາບ​​ແວດ​ລ້ອມ​ການ​ດຳ​ເນີນທຸລະ​ກິດ​ໃຫ້​ດີ​ຂຶ້ນ ​​ເຊິ່ງ​​ເຮັດ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຢູ່​ຈີນ​​ມີ​ຄວາມ​ໄວ້​ວາງ​ໃຈ. ຄວາມ​ຈິງ​ໃຈ ​ແລະ​ການ​ກະທຳ​ຂອງ​ຈີນ​​ໄດ້ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ໃຫ້ວິ​ສາ​ຫະກິດ​ຕ່າງປະ​ເທດ​ທີ່​ລົງທຶນ​ເຮັດ​ທຸລະ​ກິດ​ຢູ່ຈີນ. ​ແຕ່​ຕົ້ນ​ປີ 2019 ​ເປັນ​ຕົ້ນ​ມາ, ການ​ລົງທຶນ​ຂອງວິ​ສາ​ຫະກິດ​ຕ່າງປະ​ເທດ ຄື: Tesla, Exxon Mobil Corp ​ແລະ Procter&Gamble ຂອງ​ອາ​ເມຣິກາ, The BASF ຂອງ​ເຢຍລະ​ມັນ, LG Chem ຂອງ​ສ.​ເກົາຫຼີ ​ແລະ​ອື່ນໆກໍ​​ເພີ່ມ​ການ​ລົງທຶນ​ຢູ່​ຈີນ. ຕາມ​ຂ່າວ​ແຈ້ງວ່າ: ​ໂສ້​ໂຮງງານ​ຜະລິດ​ຄອມ​ພິວ​ເຕີ Mac Pro ຂອງ​ບໍລິສັດ Apple ກໍອາດ​ຈະ​ຍ້າຍ​ຈາກ​ອາ​ເມຣິກາ​​ມາ​ຕັ້ງ​ຢູ່ຈີນ.

​​ໃນ​ສະພາບ​ການ​ທີ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ພາກັນ​ປະຕິບັດ​ລັດທິ​ປົກ​ປ້ອງ​ການ​ຄ້າ​, ວິ​ສາ​ຫະກິດ​ຕ່າງປະ​ເທດ​ບໍ່​ພຽງ​ແຕ່​ບໍ່​ຖອນ​​ໂຕອອກ​ຈາກ​ຈີນ​ເທົ່າ​ນັ້ນ, ຍັງ​ເພີ່ມ​ທະວີ​ການ​ລົງທຶນ​ຢູ່​ຈີນ​ຢ່າງ​ບໍ່ຢຸດ​ຢັ້ງ ​​ເພາະ​ເຂົາ​ເຈົ້າ​ໄດ້ເຫັນ​ວ່າ: ​ເສດຖະກິດ​ຈີນ​ທີ່​ຫັນ​ປ່ຽນ​ການ​ພັດທະນາ​ໄປ​ສູ່​ຄຸນ​ນະພາ​ບສູງ​ນັ້ນ​ໄດ້​ສ້າງ​ໂອກາດ​ແຫ່ງ​​ເຕີບ​ໂຕ​ອັນ​ຍິ່ງ​ໃຫຍ່. ການ​ລົງທຶນ​ຂອງວິ​ສາ​ຫະກິດ​​ຕ່າງປະ​ເທດທີ່​ຫວັງ​ຢາກ​ເຕີບ​ໃຫຍ່ຂະຫຍາຍຕົວ​ຄຽງ​ຄູ່​ກັບ​ການ​ພັດທະນາ​ເສດຖະກິດ​ຈີນນັ້ນ, ​ແນ່ນອນ​ຕ້ອງ​ໄດ້​ຮັບໂອກາດ​ຫຼາຍ​ກວ່າ​ເກົ່າ​ໃນ​ຂະ​ບວນການ​ລົງ​ເລິກ​ການ​ປະຕິ​ຮູບ ​ແລະ​ເປີດປະຕູ​ສູ່ພາຍ​ນອກ​ຂອງ​ຈີນ.

ຄຳ​ເຫັນ

0