黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫ້າມບໍ່​ໃຫ້ປະ​ເທດ​ໃດໆ​ແລະ​ອິດ​ທິກຳລັງ​ພາຍ​ນອກ​ເຂົ້າ​ແຊກ​ແຊງບັນຫາ​​ເຂດຊິ່ນ​ຈ່ຽງຢ່າງ​ເດັດຂາດ

2019-07-12 11:03:45 CRI

​ໂດຍ​ແນ​ໃສ່​ກໍລະນີ​ທີ່​ບາງ​ປະ​ເທດ​ຮ່ວມ​ກັນສົ່ງ​ສານ​ເຖິງ​ສະພາ​ສິດທິ​ມະນຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເມື່ອ​ບໍ່​ດົນ​ມາ​ນີ້ ​ເພື່ອ​ຕຳ​ໜິນະ​ໂຍບາຍ​ເຂດ​ຊິນ​ຈ່ຽງຂອງ​ຈີນ, ທ່ານ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 11 ກໍລະກົດ​ນີ້​ວ່າ: ປະ​ເທດ​ທີ່​ກ່ຽວຂ້ອງ​ບໍ່​ໄດ້​ເອົາ​ຫົວ​ໃສ່​ໃຈ​ຊາ​ຕໍ່​ຄວາມ​ເປັນ​ຈິງ ​ຍັງ​ໄດ້ຕຳ​ໜິ, ກ່າວ​ໂຈມ​ຕີ​ແລະ​ໃສ່​ຮ້າຍ​ປ້າຍ​ສີຈີນ​ຢ່າງ​ໄຮ້​ເຫດຜົນ ທັງ​ຫັນປ່ຽນ​ບັນຫາ​ສິດທິ​ມະນຸດ​ໃຫ້​ເປັນ​ບັນຫາ​ການ​ເມືອງ​ຢ່າງ​ບັງອາດ, ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ບັງອາດ ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ທີ່​ສຸດ​ແລະຄັດຄ້ານ​ຢ່າງ​​ເດັດດ່ຽວ.

ທ່ານ​ເກິ​ງສວງ ກ່າວ​ວ່າ: ຈີນ​ໄດ້​ຕໍ່​ວ່າ​ປະ​ທ້ວງ​ຕໍ່​ປະ​ເທດ​ທີ່​ກ່ຽວຂ້ອງ​ຢ່າງ​ເຄັ່ງຂຶມ ​ເຕືອນ​ໃຫ້​ປະ​ເທດ​ເຫຼົ່ານີ້​ຕ້ອງ​ເຄົາລົບ​ຄວາມ​ເປັນ​ຈິງ, ປະລະ​ຄວາມ​ອະຄະຕິ, ​ເຄົາລົບ​ຈຸດປະສົງ​ແລະຫຼັກການ​ຂອງ​ກົດ​ບັດ​ອົງການ​ສະຫະ​ປະຊາ​ຊາດ, ຢຸດຕິ​ການ​ຫັນປ່ຽນ​ບັນຫາ​ສິດທິ​ມະນຸດ​ໃຫ້​ເປັນ​ບັນຫາ​ການ​ເມືອງ ​ແລະ ອ້າງ​ບັນຫາ​ເຂດ​ຊິ່ນ​ຈ່ຽງ​ເພື່ອ​ຫວັງ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ. ວຽກ​ງານ​ເຂດ​ຊິ່ນ​ຈ່ຽງ​ເປັນ​ພຽງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​​ເທົ່ານັ້ນ ​ເຊິ່ງກ່ຽວ​ພັນ​ເຖິງ​ສິດ​ອະທິປະ​ໄຕ, ຄວາມ​ໝັ້ນຄົງ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ຈີນ. ​ໃນ​ບັນຫາ​ເຂດ​ຊິ່ນ​ຈ່ຽງ, ຜູ້​ທີ່​ມີ​ສິດ​ປາກ​ເວົ້າມີ​ພຽ​ງ​ແຕ່ລັດຖະບານ​ແລະ​ປະຊາຊົນ​ຈີນ​ເທົ່າ​ນັ້ນ ຈີນຫ້າມ​ປະ​ເທດ​ໃດໆ​ແລະ​ອິດ​ທິກຳລັງ​ພາຍ​ນອກ​ເຂົ້າ​ແຊກ​ແຊງ​ຢ່າງ​ເດັດຂາດ.

ນອກ​ນີ້, ທ່ານ​ເກິ​ງສວງ​ຍັງ​ກ່າວ​ຕື່ມ​ວ່າ: ຈີນ​ຍິນ​ດີ​ຕ້ອນຮັບ​ບຸກຄົນ​ທີ່​ຍຶດຖືຫຼັກການ​ຢ່າງພາ​ວະ​ວິ​ໄສ ​ແລະ ຫຼັກການ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ຢ່າງ​ແທ້​ຈິງ​ນັ້ນມາທຽວ​ເບິ່ງ​ຢູ່​ເຂດ​ຊິ່ນ​ຈ່ຽງ ​ແຕ່​ຈີນ​ເດັດດ່ຽວ​ຄັດຄ້ານ​ອິດ​ທິກຳລັງພາຍ​ນອກ​​ໃດໆ​ທີ່​ຫວັງເຂົ້າ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​, ທຳລາຍ​ສິດ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ ໂດຍອ້າງ​ບັນຫາ​ເຂດ​ຊິ່ນ​ຈ່ຽງບັງ​ໜ້າ.

ຄຳ​ເຫັນ

0