蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

44 ປະ​ເທດ​ປຶກ​ສາ​ຫາ​ລື​ເຖິງ​ການ​ຮ່ວມ​ມື​ຕາມ​ທ່າ​ກຳ​ປັ່ນ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ຢູ່​ນະ​ຄອນ​ນິງ​ໂປ່

2019-07-12 16:37:20 CRI

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ທ່າ​ກຳ​ປັ່ນ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ຄັ້​ງ​ທີ 5 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນິງ​ໂປ່ ແຂວງ​ເຈີ້​ຈ່ຽງ ທາງ​ພາກ​ຕາ​ເວັນ​ອອກ ສ​ປ ຈີນ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້ ໂດຍ​ມີ​ຜູ້​ຕາງ​ໜ້າ ແລະ ຜູ້​ຊ່ຽວ​ຊານ​ໃນ​ວົງ​ການ​ທີ່​ກ່ຽວ​ຂ້ອງ 380 ກວ່າ​ຄົນ​ຈາກ 44 ປະ​ເທດ ແລະ ເຂດ​ແຄວ້ນ​ເຂົ້າ​ຮ່ວມ.

ບັນ​ດາ​ທ່ານ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາ​ມ​ເຫັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ເຊັ່ນ: ບົດ​ຮຽນ​ໃໝ່​ໃນ​​ນາານ​ລົງ​ທຶນ​ຕາມ​ທ່າ​ກຳ​ປັ່ນ, ​ຊອກ​ຫາ​ຊ່ອງ​ທາງ​ການລົງ​ທຶນໃໝ່, ການ​ພັດ​ທະ​ນາ​ທ່າ​ກຳ​ປັ່ນ​ກັບ​ການ​ສ້າງ​ເຂດ​ອ່າວ​ອ້ອມ​ທ່າ​ກຳ​ປັ່ນ, ຕາ​ນ່າງ​​ການຂົນ​ສົ່ງ​ສິນ​ຄ້າ​ດ້ວຍຫຼາຍ​ຮູບ​ແບບ, ການ​ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານ, ການ​ນຳ​ໃຊ້​ເຕັກ​ນິກ​ໃໝ່, ການ​ຄ້າ​ຂາຍ​ກຳ​ປັ່ນ ເປັນ​ເຕົ້ນ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ຈັດ​ເປັນ​ເວ​ລາ 2 ວັນ ໂດຍ​ມີ​ຫົວ​ຂໍ້​ວ່າ “ເຊື່ອມ​ຈອດ​ກັນ ເພື່ອ​ສືບ​ທອດ​ມູນ​ເຊື້ອເສັ້ນ​ທາງ​ສາຍ​ໄໝ ແລະ ສົ່ງ​ເສີມ​ນ້ຳ​ໃຈ​ຄູ່​ຮ່ວມ​ມື”.

ຄຳ​ເຫັນ

0