吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງກຳລັງ​ປ້ອງ​ກັນ​ປະ​ຕິ​ວັດ​ອິດສະ​ລາມ​ອີຣານປະຕິ​ເສດ​ບໍ່​ໄດ້ກັກ​ກຳ​ປັ່ນ​ນ້ຳມັນ​ຂອງ​ອັງກິດ

2019-07-12 16:46:28 cri

ວັນ​ທີ 11 ກໍລະກົດ​ນີ້, ສຳນັກ​ຂ່າວສານ​ສາທາລະນະ​ລັດອິດສະ​ລາມ​ອີຣານ​ໄດ້​ລາຍ​ງານ​ວ່າ: ກອງ​ກຳລັງ​ປ້ອງ​ກັນ​ປະຕິວັດ​ອິດສະ​ລາມ​ອີຣານ​ໄດ້​ອອກ​ຖະ​ແຫຼງການ​ໃນ​ມື້​ດຽວ​ກັນ​ໂດຍ​ປະຕິ​ເສດກຳ​ປັ່ນ​ຮັບ​ກອງທັບ​ເຮືອ​ຕົນ​ບໍ່​ເຄີຍ​ມີ​ເຈຕະນາກັກ​ກຳ​ປັ່ນ​ນ້ຳມັນ​ຂອງ​ອັງກິດຈັກ​ເທື່ອ.

ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ລາຍ​ງານ​ວ່າ: ​ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ກຳ​ປັ່ນຮັບຂອງ​ກອງທັບ​ເຮືອ​ອີຣານ​ບໍ່​ເຄີຍ​ມີ​ການປະ​ທະ​ກັບ​ກຳ​ປັ່ນ​ຕ່າງປະ​ເທດ​ຢູ່​ເຂດອ່າວ​ເປີ​ເຊຍ. ​ແຕ່​ຖ້າ​ເມື່ອ​ໃດ​ໄດ້ຮັບ​ຄຳ​ສັ່ງ ກອງ​ກຳລັງ​ປ້ອງ​ກັນ​ປະຕິວັດ​ອິດສະລາມ​ມີ​ຄວາມ​ສາມາດ​ກັກ​ກຳ​ປັ່ນ​ຕ່າງປະ​ເທດທຸກ​ລຳ.

​ໃນຕົ້ນ​ເດືອນ​ກໍລະ​ກົດນີ້, ກຳ​ປັ່ນ​ນ້ຳມັນ​ຂອງ​ອີຣານ​ລຳ​ໜຶ່ງໄດ້​ຖືກ​ກັກ​ຢູ່​ໃກ້​ຊ່ອງ​ແຄບ​ຍິບຮອນ​ຕາ, ຈາກ​ນັ້ນ​ລັດຖະບານ​ອີຣານ​​ໄດ້​ປະ​ທ້ວງ​ໂດຍ​ຮຽກຮ້ອງ​ໃຫ້​ອັງກິດ​ປ່ອຍ​ກຳ​ປັ່ນ​ທີ່​ຖືກ​ກັກທັງ​ນາບ​ຂູ່​ວ່າ​ບໍ່​ດັ່ງ​ນັ້ນ​ຈະ​ຖືກ​ມາດ​ຕະການ​ຕອບ​ໂຕ້.

ຄຳ​ເຫັນ

0