黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

6 ​ເດືອນ​ຕົ້ນປີ​ນີ້ ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 3,9%

2019-07-12 16:49:27 CRI

ອົງການ​ພາສີ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ໃນ​ວັນ​ທີ 12 ກໍລະກົດ​ນີ້​ວ່າ: 6 ​ເດືອນ​ຕົ້ນປີ​ນີ້, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຂອງ​ຈີນ​ໄດ້​ບັນລຸ 14.670 ຕື້ຢວນ ​ເພີ່ມ​ຂຶ້ນ 3,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ. ​ໃນ​ນີ້, ການ​ສົ່ງ​ອອກ​ບັນລຸ 7.950 ຕື້​ຢວນ, ​ເພີ່ມຂຶ້ນ 6,1%; ການ​ນຳ​ເຂົ້າບັນລຸ 6.720 ຕື້​ຢວນ, ​ເພີ່ມ​ຂຶ້ນ 1,4%; ການ​ໄດ້​ປຽບ​ດຸນ​ການ​ຄ້າ 1.230 ຕື້​ຢວນ, ​ເພີ່ມ​ຂຶ້ນ41,6%.

ທ່ານຫຼີຂຸຍ​ເຫວີ​ນ ​ໂຄສົກ​ອົງການ​ພາສີ​ແຫ່ງ​ຊາດ​ຈີນ ກ່າວ​ໃນ​ວັນ​ດັ່ງກ່າວ​ວ່າ: ​ໃນ 6 ​ເດືອນ​ຕົ້ນປີ​ນີ້, ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ຂອງ​ຈີນ​ມີ​ຄວາມ​ໝັ້ນທ່ຽງ​ໂດຍ​ລວມ ທັງ​ມີ​ການ​ພັດທະນາ, ການ​ພັດທະນາ​ການ​ຄ້າ​ຕ່າງປະ​ເທດ​ໃຫ້​ມີ​ຄຸນ​ນະພາ​ບສູງ​ກໍມີ​ຄວາມ​ຄືບ​ໜ້າ​ຢ່າງ​ຮຽບຮ້ອຍ​ດີ. ​ເຖິງ​ວ່າ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ໃນ​ປັດຈຸບັນ​ໄດ້​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ​ແລະ​ຂ້ຽວຂາດ​ ​ທັງ​ສົ່ງ​ຜົນ​ເຮັດ​ໃຫ້ການ​ພັດທະນາ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ຜະ​ເຊີນ​ກັບສິ່ງ​ທ້າ​ທາຍ​ຕ່າງໆ​ນານາ​ກໍ​ຕາມ, ​ແຕ່​ພື້ນຖານການ​ພັດທະນາ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ຈີນ​ໃນ​ໄລຍະ​ຍາວບໍ່​ມີ​ການ​ປ່ຽນ​ແປງ​ແຕ່​ປະການ​ໃດ, ທ່າ​ອ່ຽງ​ແຫ່ງ​​ການ​ປັບປຸງໂຄງ​ປະກອບ​ການ​ຄ້າ​ຕ່າງປະ​ເທດ ​ແລະ ການຫັນປ່ຽນ​ຮູບ​ແບບ​ໃໝ່​ເຂົ້າ​ແທນທີ່​ຮູບ​ແບບ​ດັ້ງ​ເດີມ​ເລັ່ງລັດ​​ໃຫ້ໄວ​ຂຶ້ນນັ້ນກໍບໍ່​ມີການ​ປ່ຽນ​ແປງ​ເຊັ່ນ​ກັນ.

ຄຳ​ເຫັນ

0