李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ແຫ່ງ​ໜຶ່ງ​ຢູ່​ມາ​ນີ​ລາ​ຖືກ​ປຸ້ນ​

2019-07-12 16:16:32 cri

    ຕອນ​ເຊົ້າ​ວັນ​ທີ 11 ກໍລະ​ກົດ​ນີ້, ສາ​ຂາ​ແຫ່ງ​ໜຶ່ງຂອງທະ​ນາ​ຄານ​ນະ​ຄອນຫຼວງ ຫຼື ເມ​ໂຕ​ຣ ​ຢູ່​ໃຈ​ກາງ​ນະ​ຄອນຫຼວງ​ມາ​ນີ​ລາ​ປະ​ເທດ​ຟິ​ລິບ​ປິນ ໄດ້​ຖືກ​ໂຈນ 7 ຄົນປຸ້ນ​. ຫຼັງ​ຈາກນັ້ນ, ທ່ານ ອີ​ສ​ໂກ ໂມ​ເຣັນ​ໂນ ເຈົ້າ​ຄອງ​ນະ​ຄອນຫຼວງ​ມະ​ນີ​ລາ​ຄົນ​ໃໝ່​ໄດ້​ຖະ​ແຫຼງ​ຂ່າວ​ໂດຍ​ດ່ວນ ເພື່ອ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​​ກຸ່ມ​ໂຈນ​ປຸ້ນ​ເງິນ ແລະ​ປະ​ກາດ​ວ່າ​ຈະ​ໃຫ້​ລາງວັນ​ປະ​ມານ 2 ໝື່ນ​ໂດ​ລາ​ໃຫ້​ແກ່​ຜູ້​ທີ່​ສາ​ມາດ​ຈັບ​ໂຈນ​ປຸ້ນ​ເງິນ​ໄດ້.

    ຂ່າວ​ແຈ້ງວ່າ: ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ກວດ​​ເບິ່ງ​ກ້ອງວົງ​ຈອນ​ປິດ​ທີ່​ໃກ້​ກັບ​ທະ​ນາ​ຄານ ໂດຍ​ໄດ້​ຢືນ​ຢັນໂຕນ​ຕົນ​ຂອງ​ຜູ້​ຕ້ອງ​ສົງ​ໄສຫຼາຍ​ຄົນ.

    ທ່ານ ໂມ​ເຣັນ​ໂນ ກ່າວ​ວ່າ, ຊາວ​ເມືອງ​ທີ່​ສາ​ມາດ​ສະ​ໜອ​ງ​ຂໍ້​ມູນ​ທີ່​ເປັນ​ປະ​ໂຫຍດ​ຕໍ່​​ຄະ​ດີ, ທາ​ງ​ອົງ​ການ​ປົກ​ຄອງ​ນະ​ຄອນຫຼວງ​ກໍ​ຈະ​ໃຫ້​ລາງວັນ​ຢ່າງຫຼວງຫຼາຍ.

    ກ່ຽວ​ກັບ​ສະ​ພາບການ​ລະ​ອຽດ​ຂອງ​ຄະ​ດີ​ແລະ​ຄວາມ​ເສຍ​ຫາຍ​ຂອງ​ທະ​ນາ​ຄານ ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ​ເທື່ອ.

ຄຳ​ເຫັນ

0