蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ 2019 ​ຝ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈາກ​າ​ຕາ

2019-07-12 16:36:36 CRI

​ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ 2019 ໄດ້​ຈັດ​ຂຶ້ນ​ຢູ່ສູນ​ວາງ​ສະ​ແດງ​ສາ​ກົນ​​ຈາກ​າ​ຕາໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້ ໂດຍ​ມີ​ວິ​ສາ​ຫະ​ກິດ​ດີ​ເດັ່ນ​ຈີນ​ຮ້ອຍກວ່າ​ແຫ່ງ​ໄດ້​ວາງ​ສະ​ແດງ​ 5 ປະ​ເພດ​ສິນ​ຄ້າ​ໃຫຍ່ ຄື: ອຸ​ປ​ະ​ກອນ​ກົນ​ຈັກ, ອຸ​ປະ​ກອນໄຮ​ເທັກ, ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ, ຜະ​ລິດ​ຕ​ະ​ພັນ​ກະ​ສິ​ກຳ ແລະ ​ອ​າ​ຫານ​ການ​ກິນ.

ງານວ​າງ​ສະ​ແດງ​ດັ່ງ​ກ່າວ​ແມ່ນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ສຳ​ຄັນ​ຂອງ​ປະ​ເທດ​ກິດ​ຕິ​ມະ​ສັກ​​ໃນງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 16 ແລະ ​ປະ​ເທດອິນ​ໂດ​ເນ​ເຊຍ​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ. ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-ອາ​ຊຽນ​ປີ​ນີ້​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ ສ​ປ ຈີນແຕ່​ວັນ​ທີ 20 ຫາ 23 ກັນ​ຍາ​ປີ​ນີ້ ເຊິ່ງ​ຜູ້​ນຳ​ອິນ​ໂດ​ເນ​ເຊຍ​ຈະ​ນຳ​ພາ​ຄະ​ນະ​ຂອງ​ຕົນ​ເຂົ້າ​ຮ່ວມ​ງານ​ເປັນ​ຈຳ​ນວນຫຼວງຫຼາຍ ແລະ ຈະ​ຈັດ​ກິດ​ຈະ​ກຳ​ຕ່າງ​ໆ ເພື່ອ​ສົ່ງ​ເສີມ​ການ​ຄ້າ​ແລະ​ການ​ລົງ​ທຶນຂອງປະ​ເທດ​ກິດ​ຕິ​ມະ​ສັກ.

ຄຳ​ເຫັນ

0