莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກວາງ​ຊີ​ເລັ່ງ​ລັດ​ເປີດ​ປະ​ຕູ​ການ​ທະ​ນາ​ຄານ​ທີ່​ອ​ວ່າຍ​ໜ້າ​ໄປ​ສູ່​ອາ​ຊຽນ

2019-07-15 10:58:56 cri

ຕາມ​ຂ່າວCRI: ວັນ​ທີ 12 ກໍ​ລະ​ກົດ​ນີ້, ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ເປີດ​ປະ​ຕູ​ດ້ານ​ການ​ທະ​ນາ​ຄານ​ທີ່​ອ​ວ່າຍ​ໜ້າ​ໄປ​ສູ່​ອາ​ຊຽນ​ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາເຂດກວາງ​ຊີ ໄດ້​ຈັດ​ຂຶ້ນ​ທີ່​ປັກ​ກິ່ງ. ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ, ອົງ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 19 ຫົວ​ໜ່ວຍ​ເຊັ່ນ​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ການ​ທະ​ນາ​ຄານ​ຄື​ທະ​ນາ​ຄານ​ພັດ​ທະ​ນາ​​ຈີນ​ເປັນ​ຕົ້ນ, ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​​ເຢິນ​ມິນ​ຈີນ, ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້​​ໃຫ້​ເຂດກວາງ​ຊີ​ສ້າງ​ເປັນ​ປ່ອງ​ຢ້ຽມທີ່ອ​ວ່າຍ​ໜ້າ​ໄປ​ສູ່​ເຂດ​ອາ​ຊຽນ.

ທ່ານ​ເ​ຊີນ​ຫວູ, ປະ​ທານ​ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ກ່າວ​ວ່າ, ກວາງ​ຊີ​ມີ​ພື້ນ​ຖານ, ມີ​ເງື່ອນ​ໄຂ, ແລະ​​ມີຄວາມ​ໝັ້ນ​ໃຈ​ທີ່​ສາ​ມາດ​ສ້າງ​ເປັນ​ປ່ອງ​ຢ້ຽມ​ດ້ານ​ການ​ທະ​ນາ​ຄານ​ທີ່ອ​ວ່າຍ​ໜ້າ​ໄປ​ສູ່​ເຂດ​ອາ​ຊຽນ. ທ່ານ​ກ່າວ​ວ່າ, ກວາງ​ຊີ​ຈະ​ເຕົ້າ​ຮົມ​ຊັບ​ພະ​ຍາ​ກອນ​ແລະ​ກ້ອນ​ກຳ​ລັງ, ​ຄົ້ນ​ຄວ້າ​ແລະ​ວາງ​​ແຜນ​ການ​ລະ​ອຽດ​ຕື່ມ​ອີກ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ພາຍນອກ, ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ໃໝ່​​ໃນ​ດ້ານ​ກົນ​ໄກ​ແລະ​ໂຄງ​ປະ​ກອບ, ສ້າງ​ເວ​ທີ​ສຳ​ຄັນ​ໃຫ້​ໜັກ​ແໜ້ນ. ໃນ​ນັ້ນ ລວມ​ທັງ​ການ​ສ້າງ​ເຂດ​ທະ​ນາ​ຄານ​ຈີນ-ອາ​ຊຽນ, ຕັ້ງ​ໜ້າ​ສ້າງ​ກົນ​ໄກ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ທີ່​ເປັນ​ປົກ​ກະ​ຕິ​ກັບ​ປະ​ເທດ​ອາ​ຊຽນ​, ແຂວງກວາງ​ຕຸ້ງ, ເຂດ​ຮົງ​ກົງ, ມາ​ເກົາ​ແລະ​ໄຕ້​ຫວັນ, ສ້າງ​ເຂດ​ສາ​ທິ​ດການ​ປະ​ດິດ​ສ້າງ​ໃໝ່​ການ​ທະ​ນາ​ຄານ​ຂ້າມ​​ຊາດ​ຈີນ-ອາ​ຊຽນ, ແລະ​ສ້າງ​ສູນ​ການ​ທະ​ນາ​ຄານ​ເງິນຢວນ​ທີ່​ມີ​ລັກ​ສະ​ນະ​ເຂດ​ແຄວ້ນ​ທີ່ອ​ວ່າຍ​ໜ້າ​ສູ່​ເຂດ​ອາ​ຊຽນ.

ຄຳ​ເຫັນ

0