ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວສານຈີນ: ຫວ່າງບໍ່ດົນມານີ້, ດ່ານກວດກາການເຂົ້າອອກເມືອງເຮີໂຂວແຂວງຢຸນນານຈີນແຈ້ງໃຫ້ຊາບວ່າ: ຈຳນວນຄົນເຂົ້າອອກເມືອງຜ່ານດ່ານເຮີໂຂວຊາຍແດນຈີນ-ຫວຽນນານໃນ 6 ເດືອນຕົ້ນປີນີ້ ມີຫຼາຍກວ່າ 3,06 ລ້ານເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າເວລາດຽວກັນຂອງປີກາຍ 12%; ຄົນຕ່າງປະເທດເຂົ້າອອກເມືອງມີ 2,46 ລ້ານເທື່ອຄົນ,ເພີ່ມຂຶ້ນ 14%; ນັກທ່ອງທ່ຽວຊາຍແດນ 1ແສນ2 ໝື່ນເທື່ອຄົນ, ເພີ່ມຂຶ້ນ 16%. ແລະຄາດວ່າ ຈຳນວນຄົນທີ່ເຂົ້າອອກເມືອງພາຍໃນປີນີ້ຈະບັນລຸເຖິງ 6 ລ້ານເທື່ອຄົນ, ເຊິ່ງຈະສ້າງສະຖິຕິໃໝ່ໃນປະຫວັດສາດອີກຄັ້ງ.
ຕາມຂ່າວລາຍງານວ່າ: ແຕ່ປີນີ້ມາ, ດ່ານກວດກາການເຂົ້າອອກເມືອງເຮີໂຂວໄດ້ເພີ່ມການບໍລິຫານແບບອັດຕະໂນມັດ, ເພີ່ມຊ່ອງທາງການກວດດ້ວຍຕົນເອງ 10 ເສັ້ນ, ຊ່ອງທາງການກວດລົດຖີບດ້ວຍຕົນເອງ 2 ເສັ້ນ, ໄດ້ສ້າງຄວາມສະດວກສະບາຍແລະປະຫຍັດເວລາໃຫ້ຜູ້ໂດຍສານຢ່າງຫຼວງຫຼາຍໃນການຜ່ານຊາຍແດນ.
ຄຳເຫັນ
0