覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທູດ​ພິ​ເສດ​ມາ​ເລ​ເຊຍ​ຢືນ​ຢັນ​ວ່າ ສາຍ​ພົວ​ພັນ​ມາ​ເລ​ເຊຍ-ຈີນ​ຈະ​ມີ​ຄວາມ​ເລິກ​ເຊິ່ງ,ເຂັ້ມ​ແຂງ​ແລະ​ດີກວ່າ​ເກົ່າ

2019-07-16 09:46:03 ​cri

CRI ລາຍ​ງານ​ວ່າ: ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ເທັນ​ກອກວາຍ ທູດ​ພິ​ເສດ​ສະ​ເພາະ​ວຽກ​ງານ​ພົວ​ພັນ​ກັບຈີນ​ຂອງ​ມາ​ເລ​ເຊຍ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ປີ​ນີ້​ເປັນ​ປີ​ຄົບ​ຮອບ 45 ປີ​ຂອງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ມ​າ​ເລ​ເຊຍ-ຈີນ, ສາຍ​ພົວ​ພັນ​ມາ​ເລ​ເຊຍ-ຈີນ​ໄດ້​ຂະ​ຫຍາຍ​ຕົວ​​ມາ​ຮອດໄລ​ຍະ​ທີ່​ພັດ​ທະ​ນາ​ດີ​ທີ່​ສຸດໃນ​ປະ​ຫວັດ​ສາດ ເຊິ່ງ​ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ​ທີ່​ດີ​ໃນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ແລະ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ.
 

 ເມື່ອ​ເວົ້າ​ເຖິງ​ຜົນ​ສຳ​ເລັດ​​ທີ່ສອງ​ປະ​ເທດ​ຍາດ​ມາ​ໄດ້​ໃນ​ການ​ຮ່ວມ​ມືຫຼາຍ​ຂົງ​ເຂດ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ທ່ານ​ເທັນ​ກ​ອກວາຍ​ກ່າວ​ວ່າ: ການ​ຄ້າ​ມາ​ເລ​ເຊຍ-ຈີນ​ໄດ້​ກວມ​ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນຫຼາຍກວ່າ 1 ສ່ວນ 5 ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ສາຍ​ພົວ​ພັນ​​ທີ່ແໜ້ນ​ແຟ້ນ​​ເປັນພິ​ເສດ​ລະ​ຫວ່າງ​ມາ​ເລ​ເຊຍ-ຈີນ. ຂະ​ນະ​ທີ່​ແຕ່​ປີ 2017-2018, ຈີນ​ໄດ້​ລົງ​ທຶນ​ໂດຍ​ກົງ​ຢູ່​ມາ​ເລ​ເຊຍ​ໄດ້​ເພີ່ມ​ຂຶ້ນ​ເຖິງ 410,8%, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ນັກ​ທຸ​ລະ​ກິດ​ຈີນ​ມີ​ຄວາມ​ເຊື່ອມ​ໝັ້ນ​ຢ່າງ​ສູງ​ຕໍ່​​ສະ​ພາບ​ລວມ​ດ້ານເສດ​ຖະ​ກິດ​ການ​ເມືອງ​ແລະ​ສ​ະ​ພາບ​ການ​ລົງ​ທຶນ​ຂອງ​ມາ​ເລ​ເຊຍ. ໃນ​ດ້ານ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​, ​ຈຳ​ນວນນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນ​ທາງ​ໄປ​ທ່ຽວ​ມາ​ເລ​ເຊຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​ໄດ້​ເພີ່ມ​ທະ​ວີຄວາມ​ເຂົ້າ​ໃຈ​ກັນ ຕື່ມ​ອີກ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​.
 

 ເມື່ອ​ກ່າວ​ເຖິງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ຂອງ​ຈີນ, ທ່ານ​ເທັນ​ກອກວາຍ​ຢືນ​ຢັນ​ວ່າ: ມາ​ເລ​ເຊຍ-ຈີນ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ເຊິ່ງ​ໄດ້​ຊຸກ​ຍູ້​ການ​ແລກ​​ປ່ຽນ​ແລະ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ໃຫ້ຫຼາຍ​ຂຶ້ນ ທັງ​ສາ​ມາດ​ປັບ​ປຸງ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ດ້ານ​ນະ​ໂຍ​ບາຍຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ.

ຄຳ​ເຫັນ

0