吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ນຳ​ສູງ​ສຸດ​ອີຣານກ່າວ​ປະນາມ​ອັງກິດ​ທີ່​ກັກ​ກຳ​ປັ່ນ​ບັນທຸກນ້ຳມັນ​ອີຣານ

2019-07-17 17:16:31 cri

ວັນ​ທີ 16 ກໍລະກົດ​ນີ້, ສຳນັກ​ຂ່າວສານ​ທາສນີມອີຣານ​ໄດ້​ລາຍງານ​ວ່າ: ທ່ານ​ກຣານ ອະຢາ​ໂທລາ ​ເຊ​ເຢດ ອະ​ລີ ຮາ​ແມ​​ເນຍ ຜູ້ນຳ​ສູງ​ສຸດ​ອີຣານ​ໄດ້​ກ່າວປະນາມ​ຢ່າງ​ສຸນ​ແຮງ​ຕໍ່ອັງກິດ​ທີ່​ກັກ​ກຳ​ປັ່ນບັນ​ທຸກ​ນ້ຳມັນ​ອີຣານ ​ແລະ​ຮຽກຮ້ອງ​ໃຫ້​ອັງກິດ​ປ່ອຍ​ກຳ​ປັ່ນ​ທັນທີ, ຖ້າ​ບໍ່ປະຕິບັດ​ຕາມ​ນີ້​ອີຣານກໍ​ຈະ​ຕອບ​ໂຕ້​ຄືນ.

ທ່ານ​ຍັງ​ກ່າວຕຳ​ໜິ​ບັນດາ​ປະ​ເທດ​ເອີຣົບທີ່​ກ່ຽວຂ້ອງທີ່​ບໍ່​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​​ໃນ​ສັນຍາ​ນິວ​ເຄຼຍອີຣານ, ​ເມື່ອ​ອີຣານ​ໄດ້ຢຸດຕິ​ປະຕິບັດຕາມ​ສັນຍາ​ດັ່ງກ່າວ​​ແລ້ວ ບັນດາ​ປະ​ເທດ​ເອີຣົບຊ້ຳພັດບໍ່​ປະຕິບັດຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ແຕ່ຍັງ​ຕຳ​ໜິຕິຕຽນ​ອີຣານອີກ​ດ້ວຍ.

​ໃມຕົ້ນ​ເດືອນ​ນີ້, ​ເຈົ້າ​ໜ້າ​ທີ່​ເຂດກີ​​ໂບລທາ​ອັງກິດ​ໄດ້​ກັກ​ກຳ​ປັ່ນບັນທຸກ​ນ້ຳມັນ “Grace 1” ຂອງ​ອີຣານພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງ​ກອງທັບ​ເຮືອ​ອັງກິດ ​ແລະ​ກ່າວ​ວ່າ: ກຳ​ປັ່ນ “Grace 1” ​ໄດ້​ລະ​ເມີດ​ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ​ສະຫະພາບ​ເອີຣົບ ​ແລະ​ສົ່ງ​ນ້ຳມັນ​ດິບ​ໃຫ້​ຊີຣີ. ຝ່າຍອັງກິດບໍ່​ຮັບຮອງ​ວ່າການ​ກະທຳ​ດັ່ງກ່າວ​ເປັນ​ການປະຕິບັດ​ຕາມອາ​ເມຣິກາ​ເພື່ອ​ຂວ້ຳ​ບາດ​ຕໍ່​ອີຣານ ​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈະ​ສະໜັບສະໜູນການ​ຮັກສາ​ສັນຍາ​ນິວ​ເຄຼຍອີຣານ.

 

ຄຳ​ເຫັນ

0