莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສ້າງ​​ສູນ​​ເຜີຍ​ແຜ່​ວິ​ທະ​ຍາ​ສາດ​ດ້ານ​ສຸ​ຂະ​ພາບ​ລະ​ດັບ​ຊາດ

2019-07-17 16:37:00 cri

ວັນ​ທີ 16 ກໍ​ລະ​ກົດ​ນີ້ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊົ້ງ​ຊູ້​ລີ້ ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ສຸ​ຂະ​ພາບ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ຈີນ​ຈະ​ດຳ​ເນີນ​ກິດ​ຈະ​ກຳ​ເຜີຍ​ແຜ່​ຄວາມ​ຮູ້​ດ້ານ​ສຸ​ຂະ​ພາບ. ເຊິ່ງ​ຄາດ​ວ່າ ປີ 2022 ແລະ​ປີ 2030, ລະ​ດັບ​​ຄວາມ​ຮູ້​ດ້ານ​ສຸ​ຂະ​ພາບ​ຂອງ​ພົນ​ລະ​ເມືອງ​ຈີນ​ຈະ​ໃຫ້​ບັນ​ລຸ​ເຖິງ 22% ແລະ 30%.

ຕາມ​ການ​ລາຍ​ງານ​ໃຫ້​ຮູ້​ວ່າ: ຈີນ​ຈະ​ສ້າງ​ແລະ​ປັບ​ປຸງ​ສູນ​ຊ່ຽວ​ຊານ​ເຜີຍ​ແຜ່​​ຄວາມ​ຮູ້ວິ​ທະ​ຍາ​ສາດ​ດ້ານ​ສຸ​ຂະ​ພາບ​ລະ​ດັບ​ຊາດ​ແລະ​ລະ​ດັບ​ແຂວງ, ​ເພື່ອດຳ​ເນີນ​ກິດ​ຈະ​ກຳ​ເຜີຍ​ແຜ່​ຄວາມ​ຮູ້​ວິ​ທະ​ຍາ​ສາດ​ດ້ານ​ສຸ​ຂະ​ພາບ; ສ້າງ​ແລະ​ປັບ​ປຸງ​​ສູນ​ຊັບ​ພະ​ຍາ​ກອນ​ດ້ານເຜີຍ​ແຜ່​ຄວາມ​ຮູ້​ວິ​ທະ​ຍາ​ສາດ​ດ້ານ​ສຸ​ຂະ​ພາບ​ລະ​ດັບ​ຊາດ, ພິມ​ຈຳ​ໜ່າຍ​, ຄັດ​ເລືອກ, ແລະ​ສະ​ເໜີ​ປື້ມ​ແລະ​ຄູ່​ມື​ທີ່​ເຜີຍ​ແຜ່​ຄວາມ​ຮູ້​ວິ​ທະ​ຍາ​ສາດ​ດ້ານ​ສຸ​ຂະ​ພາບ​ຈຳ​ນວນ​ໜຶ່ງ.

ຄຳ​ເຫັນ

0