覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດ​​ຕາ​ເວັນ​ຕົກ​ຄວນ​ຖອດ​ຖອນ​ບົດ​ຮຽນຕໍ່​ຕ້ານ​ການກໍ່​ການ​ຮ້າຍ​ຂອງ​ເຂດ​ຊີນ​ຈ່ຽງ

2019-07-17 16:01:34 cri

​ຫວ່າງບໍ່​ດົນ​ມານີ້, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ 37 ປະ​ເທ​ດ​ປະ​ຈຳ​ເຊີ​ແນວ​ເຊັ່ນ: ​ຣັດ​ເຊຍ ຊາ​ອຸດີ​ອາ​ຣາ​ບີ​ ແລະ​ປາ​ກີ​ສະ​ຖານ​ເປັນ​ຕົ້ນ​ໄດ້​ລົງ​ລາຍ​ເຊັນ​ຮ່ວມ​ກັນ​ສົ່ງ​ຈົດ​ໝາຍ​ໄປ​ເຖິງ​ປະ​ທານ​ສະ​ພາ​ສິດ​ທິ​ມະ​ນຸດ​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ແລະ​​ຂ້າຫຼວງ​ໃຫຍ່​ດ້ານ​ວຽກ​ງານ​ສິດ​ທິ​ມະ​ນຸດ, ​ໄດ້ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຜົນ​ສຳ​ເລັດ​​ໃນ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ສິດ​ທິ​ມະ​ນຸດ ພ້ອມ​ດ້ວຍ​ໝາກ​ຜົນ​ຂອງ​ການ​ຕໍ່​ຕ້ານ​ການກໍ່​ການ​ຮ້າຍ​ແລະ​ການ​ປອດ​ກຸ່ມ​ຫົວ​ຮຸນ​ແຮງຂອງ​ເຂດ​ຊີນ​ຈ່ຽງ. ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປະ​ຊາ​ຄົມ​ໂລກ​ມີ​ການ​ຕີ​ລາ​ຄາ​ຢ່າງ​ຍຸ​ຕິ​ທຳ​ຕໍ່​ການ​ພັດ​ທະ​ນາ​ຂອງ​ເຂດ​ຊີນ​ຈ່ຽງ, ​ເຈດ​​ຕະ​ນາ​ຂອງບາງ​ປະ​ເທດ​ຕາ​ເວັນ​ຕົກ​​ທີ່​ອ້າງ​ເອົາ “ສິດ​ທິ​ມະ​ນຸດ”ມາ​ໃສ່​ຮ້າຍ​ປ້າຍ​ສີ​ເຂດ​ຊີນ​ຈ່ຽງ​ແລະ​ໃຊ້​ຄວາມ​ກົດ​ດັນ​ຕໍ່​ຈີນນັ້ນ​ຈະ​ບໍ່​ໄດ້​ຮັບ​ຜົນ​ຢ່າງ​ແນ່ນອນ, ​ພວກເຂົາ​ເຈົ້າ​ຄວນ​ຖອດ​ຖອນ​ບົດ​ຮຽນ​​ຕໍ່ຕ້ານ​ການກໍ່​ການ​ຮ້າຍ​ຂອງ​ເຂດ​ຊີນ​ຈ່ຽງ ມາ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂອງ​ຕົນ.
 

ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ: ໃນ 37 ປະ​ເທດ​ທີ່​ລົງ​ລາຍ​ເຊັນ​ຮ່ວມ​ກັນ​ນັ້ນ ມີ​ຈຳນວນບໍ່​ໜ້ອຍ​ແມ່ນ​ປະ​ເທດ​ອິ​ສ​ລາມ, ໃນ​ນັ້ນ, ມີ​​ເຈົ້າ​ໜ້າ​ທີ່ການ​ທູດ​ຂອງ​ບາງ​ປະ​ເທດ​ເຄີຍ​ໄປ​ຢາມ​ເຂດ​ຊີນ​ຈ່ຽງ​ໃນ​ເດືອນ​ມິ​ຖຸ​ນາ​ປີນີ້, ໄດ້​ເຫັນ​ກັບ​ຕາ​ຕໍ່​ສະ​ພາບ​ປັດ​ຈຸ​ບັນ​ຂອງ​ເຂດ​ຊີນ​ຈ່ຽງ​ຄືເສດ​ຖະ​ກິດ​ໃນ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ສັງ​ຄົມ​ມີ​ຄວາມ​ປອງດອງ​ແລະ​ໝັ້ນ​ຄົງ. ​ການ​ຕີ​ລາ​ຄາ​ຂອງ​ພວ​ກ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ເຂດ​ຊີນ​ຈ່ຽງ​ໜ້າ​ເຊື່ອ​ຖື​ໄດ້. ນີ້​ໄດ້​ເຮັດ​ໃຫ້​ການ​ໃສ່​ຮ້າຍ​ປ້າຍ​ສີ​ແລະ​ການ​ຕຳ​ໜິ​ຕິ​ຕຽນ​ຂອງ 22 ປະ​ເທດ​ທີ່​ມີ​ປະ​ເທດ​ເອີ​ລົບ​ເປັນຫຼັກ ທີ່​ມີ​ຕໍ່ນະ​ໂຍ​ບາຍດ້ານ​ສາ​ລະ​ໜາ​ແ​​ລະ​ສິດ​ທິ​ມະ​ນຸດ​ຂອງ​​ເຂດ​ຊີນ​ຈ່ຽງນັ້ນ​ເສຍ​ຈຸດ​ຢືນ​ແທ້ໆ. ປະ​ເທດ​ເຫຼົ່າ​ນີ້​​ພຽງ​ແຕ່​​ຍົກ​ປ້າຍ “ສິດ​ທິ​ມະ​ນຸດ”, ​ໃຊ້​​​ນະ​ໂຍ​ບາຍ​ສອງ​ໜ້າ​ໃນ​ບັນ​ຫາ​ຄວາມ​ຮຸນ​ແຮງ​ແລະ​ການກໍ່​ການ​ຮ້າຍ, ນຳ​ໃຊ້​ບັນຫາ​ຊີນ​ຈ່ຽງ​ມາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ເປີດ​ແປນ​ແລະ​ຮ້າຍ​ກາດ​ທີ່​ສຸດ.
 

ນັບ​ແຕ່​ຊຸມ​ປີ 1990 ເປັນ​ຕົ້ນ​ມາ, ອິດ​ທິ​ກຳ​ລັງ​ສາມ​ແງ່​ຂອງ​ຊິ່ນ​ຈ່ຽງ ຄື: ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ຊາດ, ອິດ​ທິ​ກຳ​ລັງ​ຫົວ​ຮຸນ​ແຮງດ້ານ​ສາ​ສະ​ໜາແລະອິດ​ທິ​ກຳ​ລັງ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງໄດ້ ​ກໍ່​ການ​ຮ້າຍ​ຢ່າງ​​ຮຸນ​ແຮງ​​ຂຶ້ນເລື້ອຍໆ ເຊິ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ຢ່າງຫຼວງຫຼາຍ ແລະ​ໄດ້​​ທຳ​ລາຍການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຊິ່ນ​ຈ່ຽງ. ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ການ​ກຳ​ຈັດ​ລັດ​ທິ​ຫົວ​ຮຸນ​ແຮງ​ເປັນ​ບັນ​ຫາ​ຫຍຸ້ງ​ຍາກ​ສຳ​ລັບ​ທົ່ວ​ໂລກ. ຈີນ​ໄດ້​ຄົ້ນ​ຄວ້າ​ມາດ​ຕະ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​​ທີ່​ມີ​ລັກ​ສະ​ນະ​ປ້ອງ​ກັນ​​ລ່ວງ​ໜ້າເຊັ່ນ:​ສ້າງ​ຕັ້ງ​ສູນ​ສຶກ​ສາ​ອົບ​ຮົມ​ຢູ່​ຊິ​ນ​ຈ່ຽງ​ແລະ​ອື່ນໆ ໂດຍ​ຖື​ເອົາ​ວຽກ​ງານ​ປົກ​ປ້ອງ​ສິດ​ທິ​ມະ​ນຸດແລະການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ໄປ​ປະ​ສານ​ສົມ​ທົບ​ກັບ​ວຽກ​ງານ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ລັດ​ທິ​ຫົວ​ຮຸນ​ແຮງ  ເຊິ່ງ​ໄດ້​​ຖືກຍອມ​ຮັບ​ໂດຍ​ທົ່ວ​ໄປ​ຈາກ​ປະ​ຊາ​ຄົມ​ໂລກ. ລາວ, ແຊກ​ບີ​ແລະ​ປະ​ເທດ​ອື່ນໆ​ຢືນ​ຢັນ​ວ່າ ການ​ທີ່ປະ​ເທດ​ຕາ​ເວັນ​ຕົກ​ເອີ້ນ  “ສູນ​ສຶກ​ສາ​ອົບ​ຮົມ” ວ່າ​ເປັນ “ຄ້າຍ​ສຶກ​ສາ​ຄືນ​ໃໝ່” ນັ້ນເປັນ​ການ​ໃສ່​ຮ້າຍ​ປ້າຍ​ສີ.​ບົດ​ຮຽນ​ຂອງ​ຊິ່ນ​ຈ່ຽງ​ຈີນ​ໃນ​ການ​ຕ້ານ​ການ​ກໍ່​ກາ​ນ​ຮ້າຍ​ແລະ​ກຳ​ຈັດ​ລັດ​ທິ​ຫົວ​ຮຸນ​ແຮງ​ນັ້ນ​ເປັນ​ສິ່ງ​ທີ່​ປະ​ຊາ​ໂຄມໂລກ​ຄວນ​ຖອດ​ຖອນ​ແລະ​ຮ່ຳ​ຮຽນ​ເອົາ. ທ່ານວ​ລາ​ດີ​ເມຍ ອິ​ວານ​ໂນ​ວິ​ສ ໂວ​ຣອນ​ຄົ​ຟ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ວຽກ​ງານ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຊິ່ນ​ຈ່ຽງ​ໃນ​ກາງ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ,ທັງ​ໄດ້​ລົງ​ເລິກ​ແລກ​ປ່ຽ​ນ​ຄວາມ​ຄິ​ດ​ຄວາມ​ເຫັນ​ກັບ​ເຈົ້າ​ໜ້າ​ທີ່​ຈີນ​ໂດຍ​ປິ່ນ​ອ້ອມ​ສະ​ພາບ​ການ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ໃນ​ສາ​ກົນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ບັນ​ຫາ​ອື່ນໆ.
 

ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ລັດ​ທິ​ຫົວ​ຮຸນ​ແຮງ​ເປັນ​ສິ່ງ​ທ້າ​ທາຍ​ທີ່​ທົ່ວ​ໂລ​ກ​ກຳ​ລັງ​ຜະ​ເຊີນ​ຮ່ວມ​ກັນ, ປະ​ເທດ​ຕາ​ເວັນ​ຕົກ​ກໍ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຢ່າງຫຼວງຫຼາຍ​ຈາກ​ເລື່ອງ​ນີ້​ເຊັ່ນ​ກັນ.ຖ້າ​ວ່າ​ໃຊ້ນະ​ໂຍ​ບາຍ​ສອງ​ໜ້າ​ໃນ​ບັນ​ຫາ​ກ່ຽວ​ກັບ​ການ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ ພຽງ​ແຕ່​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ຕົວ​ເອງ​ເທົ່າ​ນັ້ນ, ຊິ່ນ​ຈ່ຽງ​ຈະ​ດີຫຼື​ບໍ່​ດີ, ປະ​ຊາ​ຊົນ​ຊິ່ນ​ຈ່ຽງ​ເປັນ​ຜູ້​ທີ່​ມີ​ສິດ​ອອກ​ຄຳ​ເຫັນຫຼາຍ​ທີ່​ສຸດ, ປະ​ເທດ​ຕາ​ເວັນ​ຕົກ​ບໍ່​ມີ​ສິດ​ຕຳ​ໜິ​ວິ​ຈານ​​ແບບ​ຂາດ​ຄວາມ​ຮັບ​ຜິດ​ຊອບ ​ແລະ​ກົນ​ອຸ​ບາຍ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ເຈດ​ຕະ​ນາ​ຢາກ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ດ້ວຍ​ຂໍ້​ອ້າງ​ດັ່ງ​ກ່າວ​ນັ້ນ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ແນ່ນອນ. ​ກົງ​ກັນ​ຂ້າມ,ບາງ​ປະ​ເທດ​ຕາ​ເວັນ​ຕົກ​ຄວນ​ເດີນ​ທາງ​ໄປ​ຊິ່ນ​ຈ່ຽງ​ເພື່ອໄປ​​ຢ້ຽມ​ຢາມ, ໄປ​ເບິ່ງ​ແລະ​​ຖອດ​ຖອນບົດ​ຮຽນ​ດ້ານ​ການ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ຈີນ​ເພື່ອ​ເອົາ​ໄປ​ນຳ​ໃຊ້​ໃນ​ການ​ແກ້​ໄຂ​ບັນ​ຫາ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ປະ​ເທດ​ຕົນ.

ຄຳ​ເຫັນ

0