吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເວທີ​ປຶກສາ​ຫາລື​ດ້ານ​ວັດທະນະທຳຊົນ​ເຜົ່າ​​ຈີນ-ອາ​ຊຽນຄັ້ງ​ທີ 4 ​ຈັດ​ຂຶ້ນ​ຢູ່​ນະຄອນ​ກຸ້ຍ​ລິນ

2019-07-18 17:09:19 CRI

ວັນ​ທີ 17 ກໍລະ​ກົດ​ນີ້, ​ເວທີ​ປຶກສາ​ຫາລື​ດ້ານ​ວັດທະນະທຳ​ຊົນ​ເຜົ່າຈີນ-ອາຊຽນຄັ້ງ​ທີ 4 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ກຸ້ຍ​ລິນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ພາຍ​ໃຕ້​ຫົວ​ຂໍ້ “ການ​ຮ່ວມ​ມື​ເຂດ​ແຄວ້ນ ​ແລະ​ການ​ພັດທະນາ​ຮ່ວມ​ກັນ​ດ້ານ​ວັດທະນະທຳຊົນ​ເຜົ່າ​ຈີນ-ອາ​ຊຽນ” ​ເຊິ່ງ​ໄດ້​ດຶງ​ດູດຜູ້​ຊ່ຽວຊານ ​ແລະ​ແຂກ​ຜູ້​ມີ​ກຽດຫຼາຍ​ກວ່າ 150 ຄົນ​ຈາກ​ຈີນ, ກຳປູ​ເຈຍ, ລາວ, ມາ​ເລ​ເຊຍ, ມຽນມາ, ​ໄທ, ຟິລິບ​ປິນ, ຫວຽດນາມ, ​ອິນ​ໂດ​ເນ​ເຊຍ, ບຣູ​ໄນ, ອິນ​ເດຍ, ຍີ່ປຸ່ນ ​ແລະ​ປະ​ເທດ​ອື່ນໆ​ເຂົ້າ​ຮ່ວມ.

​ໃນ​ເວທີ​ປຶກສາ​ຫາລື​ດັ່ງກ່າວ, ຜູ້ຊ່ຽວຊານ​​ໄດ້​ປຶກສາ​ຫາລື ​ແລະ​ແລກປ່ຽນບົດຮຽນ​ເຊິ່ງກັນ ​ແລະ​ກັນຢ່າງ​ເລິກ​ເຊິ່ງ ​ແລະ​ຮອບດ້ານ ​ເຊິ່ງມີ 3 ຫົວ​ຂໍ້​ຕົ້ນຕໍ ຄື: ການ​ແລ​ກປ່ຽນ ​ແລະ​ແບ່​ງປັນ​ວັດທະນະທຳ​ຊົນ​ເຜົ່າ​ຂອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ການທ່ອງທ່ຽວ​ວັດທະນະທຳ ​ແລະ​ການ​ພັດທະນາ​ແບບ​ສີຂຽວ ກໍ​ຄື ການທ່ອງທ່ຽວວັດທະນະທຳຊົນ​ເຜົ່າ​ ​ແລະ​ການ​ພັດທະນາ​ຂອງ​ຕົວ​ເມືອງ (ຕົວຢ່າງ: ນະຄອນ​ກຸ້ຍ​ລິນ).

ຄຳ​ເຫັນ

0