黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຕາງ​ໜ້າ​ຈີນ​ຮຽກ​ຮ້ອງ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່ມີ​ສັນ​ຕິ​ພາບ​ແລະ​ຄວາມ​ສ​ະ​ຫງົບ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ຊາວ​ໜຸ່ມ​​ເຍົາ​ວະ​ຊົນ

2019-07-18 16:51:48 cri

ວັນ​ທີ 17 ກໍ​ລະ​ກົດ​ນີ້, ທ່ານ​ອູ​ໄຫ​ທ່າວ, ຮອງ​ຜູ້​ຕາງ​ໜ້າ​ຖາ​ວອນ​ຈີນ​ປະ​ຈຳ​ອົງ​ກາ​ນ​ສ​ະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ສະ​ພາ​ຄວາມ​ໝັ້ນ​ຄົງ​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຄວນ​ເພີ່ມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ແກ້​ໄຂ​ບັນ​ຫາ​ເຂດ​ຈຸດ​ສຸມ​ຢູ່​ພາກ​ພື້ນ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​​ມີສັນ​ຕິ​ພາບ​ແລະ​ຄວາມ​ສ​ະ​ຫງົບ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ຊາວ​ໜຸ່ມ​​ເຍົາ​ວະ​ຊົນ.

ໃນ​ກອງ​ປະ​ຊຸມ​ເປີດ​​ປະ​ຕູ​ກ່ຽວ​ກັບ​ບັນ​ຫາ​ຊາວ​ໜຸ່ມ, ສັນ​ຕິ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້, ທ່ານ​ອູ​ໄຫ​ທ່າວ​ກ່າວ​ວ່າ, ສະ​ພາ​ຄວາມ​ໝັ້ນ​ຄົງອົງ​ການ ສ​ປຊ ​ຄວນ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ທີ່ມີ​ການ​ປະ​ທະ​ກັນ​ຊຸກ​ຍູ້​​ໃຫ້​ມີຂະ​ບວນ​ການ​ສັນ​ຕິ​ພາບ​ໂດຍ​ຜ່ານ​ວິ​ທີ​ທາງ​ການ​ເມືອງ​ເຊັ່ນ​ປ້ອງ​ກັນ​ລ່ວງ​ໜ້າ​ແລະ​ແກ້​ໄຂ​ການ​ປະ​ທະ​ກັນ​ບົນ​ພື້ນ​ຖານ​ຈຸດປະ​ສົງ​ແລະ​ຫຼັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ແລະ​ການມອບ​ສິດ​ຂອງ​ຕົນ, ​ເພື່ອ​ສ້າງສະ​ພາບ​ແວດ​ລ້ອມ​ທີ່​​ມີສັນ​ຕິ​ພາບ​ແລະ​ຄວາມ​ສ​ະ​ຫງົບ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ຊາວ​ໜຸ່ມ​​ເຍົາ​ວະ​ຊົນ.

ທ່ານ​ອູ​ໄຫ​ທ່າວ ກ່າວ​ຕື່ມ​ວ່າ, ຄວນ​ພິ​ຈາ​ລະ​ນາ​ເຖິງ​ປັດ​ໄຈ​ກ່ຽວ​ກັບ​ຊາວ​ໜຸ່ມ​ຢ່າງ​ສົມ​ບູນ​ໃນ​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ຈຸດ​ສຸມດ້ານ​ການ​ເມືອງ, ​ຮັບ​ປະ​ກັນ​ໃຫ້​ຊາວ​ໜຸ່ມ​ສາ​ມາດ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ສັນ​ຕິ​ພາບ​ຂອງ​ປະ​ເທດ​ຕົນ​ຢ່າງ​ມີ​ລັກ​ສະ​ນະ​ສ້າງ​ສັນ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຊາວ​ໜຸ່ມ​ຢ່າງ​ສົມ​ບູນ, ຮັບ​ຟັງ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ຊາວ​ໜຸ່ມ​ຢ່າງກວ້າງ​ຂວາງ, ປ້ອງ​ກັນ​ບໍ່​ໃຫ້​ຊາວ​ໜຸ່ມ​ຖືກ​ເບິ່ງ​ຂ້າມ.

ຄຳ​ເຫັນ

0