尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ບັນ​ດາທູ​ຕາ​ນຸ​ທູດ​ທີ່​ເຂົ້​າ​ຮ່ວມກອງ​ປ​ະ​ຊຸມ​ວຽກ​ງານ​ທູ​ຕາ​ນຸ​ທູດ​ຈີນ​ປະ​ຈຳ​ຕ່າງ​ປະ​ເທດ​ປີ 2019

2019-07-18 11:17:40 cri

图片默认标题_fororder_1124766352_15633642233831n

ວັນ​ທີ 17 ກໍ​ລະ​ກົດ​ນີ້, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ,ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ຕ້ອນ​ຮັບ​​​​ບັນ​ດາທູ​ຕາ​ນຸ​ທູດທີ່​ມາ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ວຽກ​ງານ​ທູ​ຕາ​ນຸ​ທູດ​ຈີນ​ປະ​ຈຳ​ຕ່າງ​ປະ​ເທດ​ປີ 2019​,​ທ່ານໄດ້​ຕາງ​ໜ້າ​ສູນ​ກາງ​ພັກສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​​ໃຈ​ຕໍ່​ການ​ຈັດ​ກອງ​ປະ​ຊຸມ​ວຽກ​ງານ​ທູ​ຕາ​ນຸ​ທູດ​ຈີນ​ປະ​ຈຳ​ຕ່າງ​ປະ​ເທດ,ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ບັນ​ດາ​ທູ​ຕາ​ນຸ​ທູດ​ແລະ​ສະ​ຫາຍ​ທຸກ​ຖ້ວນ​ໜ້າທີ່​ເຮັດ​ວຽກ​​ການ​ຕ່າງ​ປະ​ເທດ​ຢ່າງ​ດຸ​ໝັ່ນ. ທ່ານ ສີ​ຈິ້ນ​ຜິງ ໄດ້​ຈັບ​ມື​ຢ່າງ​ໃກ້​ຊິດ​ກັບ​ບັນ​ດາ​ທູ​ຕາ​ນຸ​ທູດ,ໂອ້​ລົມ​ກັນ,ແລະ​ໄດ້​ຖ່າຍ​ຮູບ​ຮ່ວມ​ກັນ​ໄວ້ເປັນ​ທີ່​ລະ​ນຶກ.
 

ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ແລະ​ກ່າວ​ຄຳ​ປາ​ໄສ​ໃນກອງ​ປ​ະ​ຊຸມ. ໂດຍກອງ​ປະ​ຊຸມ​ໄດ້​ວິ​ເຄາະ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ​ຢ່າງ​ເລິກ​ເຊິ່ງ​ແລະ​ໄລ​ຍະ​ການ​ພັດ​ທະ​ນາ​ທາງ​ປະ​ຫວັດ​ສາດ​ຂອງ​ຈີນ,ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ທູ​ຕາ​ນຸ​ທູດ​ບໍ່​ຄວນ​ລືມ​ອຸ​ດົມ​ການ​ໃນ​ຫົວ​ທີ,ຈື່​ຈຳ​ພາ​ລະ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ໜັກ​ແໜ້ນ,ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ສູນ​ກາງ​ພັກ​ທີ່​​ມີທ່ານ​ ສີ​ຈິ້ນ​ຜິງ ເປັນ​ແກນ​ກາງ, ຖື​ແນວ​ຄິດ​ການ​ຕ່າງ​ປະ​ເທດ​ຂອງ​ທ່ານ​ເປັນ​ສິ່ງ​ຊີ້​ນຳ,ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ຈັດ​ວາງວຽກ​ງານ​ກັບ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ຂອງ​ສູນ​ກາງ​ພັກ​ຢ່າງ​ຮອບ​ດ້ານ,ຂະ​ຫຍາຍ​ຕົວ​ຢ່າງ​ຫ້າວ​ຫັນ,ກ້າວ​ໄປ​ໜ້າ​ຢ່າງ​ຕັ້ງ​ໜ້າ,ເພື່ອ​ຕ້ອນ​ຮັບ​ວັນສ້າງ​ຕັ້ງປະ​ເທດ​ຈີນ​ໃໝ່​ຄົບ​ຮອບ 70 ປີດ້ວຍ​ຜົນ​ງານ​ທີ່​ດີ​ເດັ່ນ,ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ “ 100 ປີ 2 ເຫດ​ການ” ແລະ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຈີນ​ທີ່​ຟື້​ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ອັນ​ຍິ່ງ​ໃຫຍ່ຂອງ​ຊົນ​ຊາ​ດ​ຈີນ​ຄືນ​ໃໝ່.

ຄຳ​ເຫັນ

0